ທ່ານນາຍົກລັດຖະມົນຕີ ຫວຽນເຕີນຢຸງ
ໄປຮອດນະຄອນຫຼວງ ນິວເດລີ, ປະເທດອິນເດຍ
(ພາບ: nguyentandung.biz)
(vovworld) - ວັນທີ 20/12, ທ່ານນາຍົກລັດຖະມົນຕີ ຫວຽນເຕີນຢຸງ, ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ໄດ້ໄປຮອດນະຄອນຫຼວງ ນິວເດລີ, ປະເທດອິນເດຍ, ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ສະເຫຼີມສະຫຼອງ 20 ປີ ແຫ່ງການພົວພັນຄູ່ເຈລະຈາ ອາຊຽນ - ອິນເດຍ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີອິນເດຍ Manmohan Singh.
ຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽນເຕີນຢຸງ ພ້ອມກັບຫົວໜ້າຄະນະບັນດາປະເທດອາຊຽນ ເຂົ້າຮ່ວມກອງປະຊຸມຄົບຄະນະ ກອງປະຊຸມສຸດຍອດ ສະເຫຼີມສະຫຼອງ 20 ປີ ແຫ່ງການພົວພັນຄູ່ເຈລະຈາ ອາຊຽນ - ອິນເດຍ. ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມດ້ວຍທິດນຳ ”ຕັ້ງໜ້າ, ເປັນເຈົ້າການ, ແລະ ຮັບຜິດຊອບ”, ສືບຕໍ່ຊຸກຍູ້ການພົວພັນຄູ່ເຈລະຈາອາຊຽນອິນເດຍໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນກວ່າ, ດ້ວຍຈຸດສຸມແມ່ນ: ຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກນິກ, ຮັດແຄບຊ່ອງວ່າງ, ເພີ່ມທະວີການເຊື່ອມຈອດ, ໜູນຊ່ວຍອາຊຽນກໍ່ສ້າງປະຊາຄົມ, ຮ່ວມມືໃນອານຸພາກພື້ນແມ່ນ້ຳຂອງ.
ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຫວຽນເຕີນຢຸງ ໄດ້ມາຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດຫວຽດນາມ, ພ້ອມກັບຜູ້ຕ່າງໜ້າປະຊາຄົມຊາວຫວຽດນາມທີ່ພວມດຳລົງຊີວິດ, ຮໍ່າຮຽນຢູ່ອິນເດຍ. ທ່ານນາຍົກລັດຖະມົນຕີ ຫວຽນເຕີນຢຸງ, ຊີ້ແຈ້ງວ່າ:
”ປີນີ້ພວກເຮົາສາມາດບັນລຸວົງເງິນການຄ້າສອງສົ້ນໄດ້ 4,3 ຕື້ໂດລາສະຫະລັດ ແລະ 7 ຕື້ໂດລາສະຫະລັດ ໃນປີ 2015. ແຕ່ການນຳເຂົ້າເກີນດູ່ນຂອງຫວຽດນາມພັດຫຼາຍໂພດ, ດັ່ງນັ້ນຕ້ອງເປີດຕະຫຼາດສິນຄ້າຂອງຫວຽດນາມ ຕື່ມອີກຢູ່ອິນເດຍ, ແລະ ຊຸກຍູ້ການລົງທຶນອີກ. ໂດຍແມ່ນປະເທດກວ້າງໃຫຍ່ຄືອິນເດຍ, ແຕ່ຈຳນວນໂຄງການລົງທຶນຂອງອິນເດຍເຂົ້າຫວຽດນາມຍັງໜ້ອຍຢູ່. ບັນດາອົງການຕາງໜ້າຂອງຫວຽດນາມ ປະຈຳອິນເດຍຄວນຊຸກຍູ້, ສ້າງເງື່ອນໄຂ ເພື່ອໃຫ້ບັນດາວິສາຫະກິດອິນເດຍສືບຕໍ່ລົງທຶນເຂົ້າຫວຽດນາມ, ພ້ອມທັງຊຸກຍູ້ການທ່ອງທ່ຽວອີກ”