ທ່ານຮອງນາຍົກລັດຖະ ມົນຕີ ຫວູວັນນິງ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ຈຶ້ກນິງ, ນາມດິ້ງ

ທ່ານຮອງນາຍົກລັດຖະ ມົນຕີ ຫວູວັນນິງ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ຈຶ້ກນິງ, ນາມດິ້ງ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ
ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ)


(vovworld) – ​ໂດຍ​ສືບ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ແຂວງ​ນາມ​ດິ້ງ, ຕອນ​ເຊົ້າ​ວັນ​ທີ 03/10, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ແລະ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ນາມ​ດິ້ງ ​ໄດ້​ດຳ​ເນີນ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ຕາ​ແສງ ຈຶ້ກ​ໂຮ້ຍ, ​ເມືອງ ຈຶ້ກນິງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ແຈ້ງ​ໃຫ້​ຊາບ​ຜົນງານ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ໃນ 9 ​ເດືອນ​ຜ່ານ​ມາ, ດ້ວຍຫຼາຍຄາດໝາຍ​ທີ່​ໄດ້​ບັນລຸ ​ແລະ ລື່ນ​ກາຍ​ຄວາມ​ຮຽກຮ້ອງ​ຂອງ​ສະພາ​ແຫ່ງ​ຊາດ​. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດວ່າ ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​​ໃນ​ໄລຍະຍາວ​, ຢືດໝັ້ນ ​ແລະ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ລັກສະນະ​ໝັ້ນຄົງ​ຂອງ​ບັນດາມາດຖານ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ເນັ້ນ​ໜັກ​ວ່າ.

        “ລັດຖະບານ​ສຸມ​ໃສ່​​ໃຫ້​ແກ່​ການ​ພັດທະນາ​ກະສິກຳ, ຊົນນະບົດ​ຄື ການ​ປະຕິບັດ​ມະຕິ​ຂອງ​ສູນ​ກາງ​ກ່ຽວ​ກັບ​ກະສິກຳ, ຊາວ​ກະ​ສີກ​ອນ, ຊົນນະບົດ, ​ໃນ​ມະຕິໄດ້​ວາງ​​ແຜນລົງທຶນ​ໃຫ້​ກະສິກຳ​ຊົນນະບົດ​ພາຍ​ຫຼັງ​ໄລ​ຍະ 5 ປີ​​ແມ່ນຕ້ອງ​ເພີ່ມຂຶ້ນ​ທົບ 2 ​ເທົ່າ. ປະຈຸ​ບັນ, ພວກ​ເຮົາ​ພວມ​ຜັນ​ຂະຫຍາຍ​ການ​ສ້າງ​​ໂຄງ​ປະກອບພື້ນຖານ​ເສດຖະກິດ​ຄືນ​ໃໝ່ເວົ້າ​ລວມ ​ແລະ ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ເວົ້າ​ສະ​ເພາະ, ສະ​ນັ້ນ​ຕ້ອງ​ຄິດ​ໄລ່​​ເຖິງ​ການ​ຫັນປ່ຽນ​ໂຄງ​ປະກອບ​ຜົນລະປູກ, ບໍ່​ພຽງ​ແຕ່​​ເພື່ອ​ການຈຳໜ່າຍພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງຕ້ອງ​ມຸ່ງໄປ​ສູ່​ຕ່າງປະ​ເທດອີກ​ດ້ວຍ”.

ຂ່າວ/ບົດ​ອື່ນ