ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan
( vovworld ) – ໂດຍໄດ້ຮັບຄຳເຊື້ອເຊີນຂອງລັດຖະບານອີນເດຍ, ວັນທີ 25/3, ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄປຢ້ຽມຢາມ ສ.ອີນເດຍ ຢ່າງເປັນທາງການ ແຕ່ວັນທີ 25/3 – 2/4. ນີ້ແມ່ນການຢ້ຽມຢາມເປັນຄັ້ງທຳອິດຂອງການນຳຂັ້ນສູງຫວຽດນາມ ເຖິງອີນເດຍ ໃນປີແຫ່ງຄວາມມິດຕະພາບຫວຽດນາມ - ອີນເດຍ 2012. ການຢ້ຽມຢາມຄັ້ງນີ້ເພື່ອແນໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງເຊິ່ງບັນລຸໄດ້ໃນການຢ້ຽມຢາມອີນເດຍ ຂອງທ່ານນາຍົກລັດຖະມົນຕີ Nguyen Tan Dung ( ເມື່ອເດືອນ 7/2007 ) ແລະ ການໄປຢ້ຽມຢາມອີນເດຍຂອງທ່ານປະທານປະເທດ Truong Tan Sang ( ເມື່ອເດືອນ 10/2011 )ໃຫ້ມີປະສິດທິຜົນ ແລະ ແທດຈິງ. ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນຊຸກຍູ້ສາຍພົວພັນສອງຝ່າຍລະຫວ່າງຫວຽດນາມ ແລະ ອີນເດຍ ໃນບັນດາຂົງເຂດການເມືອງ, ເສດຖະກິດ, ປ້ອງກັນຊາດປ້ອງກັນຄວາມສະຫງົບ, ວັດທະນະທຳ, ວິທະຍາສາດ, ເຕັກໂນໂລຊີ ພິເສດແມ່ນການຮ່ວມມືກ່ຽວກັບການສຶກສາບຳລຸງສ້າງ ແລະ ວິທະຍາສາດ - ເຕັກໂນໂລຊີ, ປະກອບສ່ວນເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ອີນເດຍກ່ວາອີກ. ນີ້ກໍແມ່ນໜື່ງໃນບັນດາການເຄື່ອນໄຫວທີ່ສຳຄັນເປີດສາກໃຫ້ “ ປີແຫ່ງຄວາມມິດຕະພາບຫວຽດນາມ - ອີນເດຍ 2012 ” ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 5 ປີ ແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະ ອີນເດຍ.