(VOVWORLD) - ລັດຖະບານ ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະຮັບຟັງ, ແບ່ງປັນຄວາມຄິດເຫັນເພື່ອໜູນຊ່ວຍ ແລະ ແກ້ໄຂຄວາມຫຍຸ້ງຍາກເພື່ອໃຫ້ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີ Compal, ອຸ່ນອ່ຽນໃຈເປີດກ້ວາງການລົງທຶນເຂົ້າໃນການຜະລິດ ແລະ ດຳເນີນທຸລະກິດ.
ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ຈີ້ງດີ່ງຢູງ ແລະ ທ່ານ Ray Chen ຮອງປະທານກຸ່ມບໍລິສັດ Compal (ໄຕ້ຫວັນ, ຈີນ) (ພາບ: VGP) |
ວັນທີ 10 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ຈີ້ງດີ່ງຢູງ ໄດ້ໃຫ້ການຕ້ອນຮັບທ່ານ Ray Chen, ຮອງປະທານກຸ່ມບໍລິສັດ Compal (ໄຕ້ຫວັນ, ຈີນ).
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ຮອງນາຍົກລັດຖະມົນຕີ ຈີ້ງດີ່ງຢູງ ໄດ້ຮັບຮູ້, ຕີລາຄາສູງບັນດາການເຄື່ອນໄຫວລົງທຶນຂອງ Compal ຢູ່ ຫວຽດນາມ ໃນໄລຍະທີ່ຜ່ານມາກໍ່ຄືມີແນວຄິດຢາກເປີດກ້ວາງການລົງທຶນໃນໄລຍະຈະມາເຖິງ. ທ່ານ ຮອງນາຍົກລັດຖະມົນຕີ ຈີ້ງດີ່ງຢູງ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ພວມສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດໃຫ້ຫຼາຍກ່ວາເກົ່າ, ຍົກສູງກຳລັງຄວາມສາມາດການແກ່ງແຍ່ງເພື່ອໃຫ້ ຫວຽດນາມສືບຕໍ່ແມ່ນຈຸດນັດພົບຂອງການລົງທຶນທີ່ມີຄວາມດູດດື່ມໃຫ້ແກ່ປະຊາຄົມວິສາຫະກິດພາຍໃນ ແລະ ຕ່າງປະເທດ.
ທ່ານຮອງນາຍົກລັດຖະມົນຕີໄດ້ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະຮັບຟັງ, ແບ່ງປັນຄວາມຄິດເຫັນເພື່ອໜູນຊ່ວຍ ແລະ ແກ້ໄຂຄວາມຫຍຸ້ງຍາກເພື່ອໃຫ້ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີ Compal, ອຸ່ນອ່ຽນໃຈເປີດກ້ວາງການລົງທຶນເຂົ້າໃນການຜະລິດ ແລະ ດຳເນີນທຸລະກິດ. ທ່ານຮອງນາຍົກລັດຖະມົນຕີສະເໜີໃຫ້ວິສາຫະກິດເຮັດວຽກຢ່າງລະອຽດກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເພື່ອແກ້ໄຂບັນດາບັນຫາໃຫ້ລະອຽດ, ລາຍງານບັນດາເນື້ອໃນທີ່ເກີນສິດອຳນາດຂອງຕົນໄດ້ຢ່າງທັນການ.