ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ໄປຢ້ຽມຢາມ ອາເມລິກາ ຢ່າງເປັນທາງການໃນລະຫວ່າງວັນທີ 22 – 23 ພຶດສະພາ. 

        ໂດຍໄດ້ຮັບຄໍາເຊີນຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ໄປຢ້ຽມຢາມ ອາເມລິກາ ຢ່າງເປັນທາງການໃນລະຫວ່າງວັນທີ 22 – 23 ພຶດສະພາ. ວັນທີ 22 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ມີການພົບປະເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo  ແລະ ມີບັນດາການພົບປະກັບທ່ານ Charles Kupperman ຮອງຫົວໜ້າທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ທ່ານ Keith Kellogg ຜູ້ຊ່ວຍວຽກປະທານາທິບໍດີ, ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດຂອງທ່ານຮອງປະທານາທິບໍດີ ອາເມລິກາ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo 

        ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິນ ຢັ້ງຢືນວ່າ ຫວຽດນາມຖືເປັນສໍາຄັນ ແລະ ພ້ອມແລ້ວທີ່ຈະແລກປ່ຽນກັບ ອາເມລິກາ ເພື່ອແນໃສ່ປັບປຸງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາມເລິກາ ເລິກເຊິ່ງກວ່າເກົ່າ. ພ້ອມທັງຖືວ່າ ສອງຝ່າຍຄວນຮັກສາການພັດທະນາຂອງການພົວພັນດ້ານເສດຖະກິດ - ການຄ້າ; ການສຶກສາ - ບໍາລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ, ການປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ...

        ສ່ວນບັນດາຜູ້ແທນຝ່າຍ ອາເມລິກາ ຢັ້ງຢືນວ່າ ຈະສືບຕໍ່ຮ່ວມມືກັບຫວຽດນາມ ຊຸກຍູ້ການພົວພັນສອງຝ່າຍ ພັດທະນາຢ່າງມີຄຸນນະພາບ ແລະ ມີປະສິດທິຜົນ, ນໍາການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່.

        ນອກຈາກນັ້ນ, ສອງຝ່າຍກໍໄດ້ປຶກສາຫາລືກ່ຽວກັບບັນດາບັນຫາຂອງພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍຢັ້ງຢືນຄືນໃໝ່ວ່າ ຈະສະໜັບສະໜູນເລື່ອງແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ. ຝ່າຍ ອາເມລິກາ ຢັ້ງຢືນ ຈະສືບຕໍ່ສວມບົດບາດຕັ້ງໜ້າຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ເພື່ອແນໃສ່ຮັກສາຄວາມເປັນລະບຽບຮຽບຮ້ອຍ ໂດຍອີງໃສ່ລະບຽບກົດໝາຍ, ຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາຢູ່ພາກພື້ນທີ່ສໍາຄັນນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ