ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງໃຫ້ການຕ້ອນຮັບທ່ານຮອງປະທານທະນາຄານພັດທະນາອາຊີ

(VOVWORLD) - ຕອນບ່າຍວັນທີ 2 ກໍລະກົດຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຟ້າມບິ່ງມິງໄດ້ໃຫ້ການຕ້ອນຮັບທ່ານຮອງປະທານທະນາຄານພັດທະນາອາຊີ (ADB) Ahmed Saeed ທີ່ກຳລັງຢ້ຽມຢາມແລະເຮັດວຽກຢູ່ ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງໃຫ້ການຕ້ອນຮັບທ່ານຮອງປະທານທະນາຄານພັດທະນາອາຊີ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຟ້າມບິ່ງ ຕ້ອນຮັບທ່ານຮອງປະທານທະນາຄານພັດທະນາອາຊີ  Ahmed Saeed (ພາບ: VGP)

 ທີ່ກອງປະຊຸມ,ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຟ້າມບິ່ງມິງໄດ້ຢັ້ງຢືນວ່າຫວຽດນາມຖືເປັນສຳຄັນຕໍ່ການພົວພັນກັບທະນາຄານພັດທະນາອາຊີ, ຊຶ່ງແມ່ນບັນດານັກອຸປະຖຳແຖວໜ້າໃນການໜູນຊ່ວຍດ້ານທຶນຮອນ, ສົ່ງເສີມດ້ານເຕັກນິກແລະໃຫ້ຄຳປຶກສາ.

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຟ້າມບິ່ງມິງສະເໜີໃຫ້ ທະນາຄານພັດທະນາອາຊີສືບຕໍ່ອຳນວຍຄວາມສະດວກໃຫ້ຫວຽດນາມໃນການສຳຜັດກັບບັນດາແຫຼ່ງທຶນODAໃຫ້ຫຼາຍກວ່າອີກຫຼືສົມທົບລະຫວ່າງທຶນກູ້ຢືມກັບແຫຼ່ງທຶນຊ່ວຍເຫຼືອ ເພື່ອແນໃສ່ຫຼຸດຜ່ອນຄ່າໃຊ້ຈ່າຍໃນການກູ້ຢືມ, ຮັບປະກັນຄວາມປອດໄພຂອງຫນີ້ສາທາລະນະ.

ສ່ວນທ່ານຮອງປະທານທະນາຄານພັດທະນາ ອາຊີ Ahmed Saeed ຖືວ່າຫວຽດນາມແມ່ນໜຶ່ງໃນແບບຢ່າງໃນການນຳໃຊ້ທຶນ ODA ເພື່ອສາມາດແບ່ງປັນກັບປະເທດອື່ນໆ. ທ່ານຮອງປະທານທະນາຄານພັດທະນາອາຊີຢັ້ງຢືນວ່າຈະສືບຕໍ່ຄຽງບ່າຄຽງໄຫຼ່ພ້ອມກັບຫວຽດນາມເພື່ອຮັກສາສະຖຽນລະພາບ, ການພັດທະນາແບບຍືນຍົງຂອງພື້ນຖານເສດຖະກິດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ