ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກຢູ່ແຂວງ ເທື່ອທຽນເຫ້ວ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກຢູ່ແຂວງ ເທື່ອທຽນເຫ້ວ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​
ຢ້ຽມຢາມ​ເຂດ​ປິນປົວ​ສາກົນ​ໂຮງໝໍ​ສູນ​ກາງ​ເຫ້ວ
(ພາບ: Chinhphu.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 13/04, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໄປ​ຢ້ຽມຢາມ​ມະຫາວິທະຍາ​ໄລ​ການ​ຢາ​ເຫ້ວ, ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເອົາ​ໃຈ​ໃສ່​ໂຮງຮຽນ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາກວ່າ​ອີກ ​ແລະ ຕີ​ລາຄາສູງຜົນງານ​ເຊິ່ງ​ມະຫາວິທະຍາ​ໄລ​ການ​ຢາ​ເຫ້ວ ​ບັນລຸ​ໄດ້ໃນ​ວຽກ​ງານ​ບຳລຸງ​ສ້າງ, ຕິດ​ພັນການ​ສຶກສາກັບການ​ທົດ​ລອງ​ຕົວ​ຈິງ, ນຳ​ການ​ຄົ້ນຄວ້າ​ວິທະ​ຍາ​ສາດ​ເຂົ້າ​​ໃນຊີວິດ; ພິ​ເສດ​ແມ່ນ​ກໍ່ສ້າງ​ໂຮງ​ໝໍ ດ້ວຍ 450 ກວ່າຕຽງສຳ​ເລດ.

        ກ່ອ​ນໜ້າ​ນັ້ນວັນ​ທີ 12/04, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ​້​ໄປ​ຢ້ຽມຢາມ​ເຂດ​ປິນປົວ​ສາກົນ​ໂຮງໝໍ​ສູນ​ກາງ​ເຫ້ວ ​ແລະ ສູນ​ອະນຸລັກ​ຮັກສາ​ປູຊະນີຍະສະຖານກຸ​ງ​ເກົ່າ​ເຫ້ວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ຮັບ​ຮູ້​ຄວາມ​ມານະ​ພະຍາຍາມ​ຂອງ​ອຳນາດ​ການ​ປົກ​ຄອງທຸກ​ຂັ້ນ ​ແລະ ປະຊາຊົນ​ແຂວງ​ເທື່ອ​ທຽນ​ເຫ້ວ​ ​ໃນ​ວຽກ​ງານ​ອະນຸລັກ​ຮັກສາ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ໃນ​ສະ​ໄໝ ຫງວຽນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ: ​ກິດຈະກຳ​​ແຕ່ລະ​ແຫ່ງນອນໃນ​​ເຂດ​ປູຊະນີຍະສະຖານ​ກຸ​ງ​ເກົ່າ​ເຫ້ວ ​ໄດ້​ຕິດ​ພັນ​ກັບ​ວິວັດ​ການກໍ່​ສ້າງ ​ແລະ ພັດທະນາຂອງ​ກຸງ​ເກົ່າ​ໃນ​ສະ​ໄໝ​ກ່ອນ, ​ແຂວງ​ເທື່ອ​ທຽນ​ເຫ້ວ ຕ້ອງ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ປະ​ຫວັດ​ສາດ, ວັດທະນະທຳ​ຂອງ​ເຂດ​ສັງ​ລວມປູຊະນີຍະສະຖານ​ນີ້​ໄວ້.

ຂ່າວ/ບົດ​ອື່ນ