ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວູ​ດຶກ​ດາມ ໃຫ້​ການ​ຕ້ອ​ນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ພິ​ເສດ ຫວຽດ​ນາມ - ຍີ່​ປຸ່ນ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມທ່ານ Sugi Ryotaro ຈະສືບຕໍ່ມີຂໍ້ລິເລີ່ມ, ມີການເຄື່ອນໄຫວອັນແທດຈິງຫຼາຍຢ່າງເພື່ອປະກອບສ່ວນເຂົ້າໃນເລື່ອງຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກກ້ວາງ ລະຫວ່າງສອງປະເທດໃນຫຼາຍຂົງເຂດ ແລະ ຍູ້ແຮງການໂຄສະນາພາບພົດຂອງ ຫວຽດນາມຢູ່ ຍີ່ປຸ່ນ.
ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວູ​ດຶກ​ດາມ ໃຫ້​ການ​ຕ້ອ​ນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ພິ​ເສດ ຫວຽດ​ນາມ - ຍີ່​ປຸ່ນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ແລະ ທ່ານ Sugi Ryotaro, ເອກອັກຄະລັດຖະທູດພິເສດ ຫວຽດນາມ - ຍີ່ປຸ່ນ (ພາບ: TTXVN)

ຕອນບ່າຍວັນທີ 26 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ໃຫ້ການຕ້ອນຮັບທ່ານ Sugi Ryotaro, ເອກອັກຄະລັດຖະທູດພິເສດ ຫວຽດນາມ - ຍີ່ປຸ່ນ ເນື່ອງໃນໂອກາດທ່ານມາຢ້ຽມຢາມ ຫວຽດນາມ, ເຂົ້າຮ່ວມ ລາຍການ “ງານມະໂຫລານດົນຕີ ອາຊຽນ - ຍີ່ປຸ່ນ - ຄຳພາວະນາເພື່ອສັນຕິພາບ” ໃນຂອບເຂດຂໍ້ລິເລີ່ມວັນ  ອາຊຽນ - ຍີ່ປຸ່ນ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນອັນຕັ້ງໜ້າຂອງທ່ານ Sugi Ryotaro ໃຫ້ແກ່ການພົວພັນມິດຕະພາບລະຫວ່າງ ຫວຽດນາມ - ຍີ່ປຸ່ນໃນຕະຫຼອດ 30 ປີທີ່ຜ່ານມາ, ທ່ານເຊື່ອໝັ້ນວ່າໃນໄລຍະຈະມາເຖິງ, ດ້ວຍອິດທິພົນຊື່ສຽງຂອງຕົນ, ທ່ານ Sugi Ryotaro ຈະສືບຕໍ່ມີຂໍ້ລິເລີ່ມ, ມີການເຄື່ອນໄຫວອັນແທດຈິງຫຼາຍຢ່າງເພື່ອປະກອບສ່ວນເຂົ້າໃນເລື່ອງຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກກ້ວາງ ລະຫວ່າງສອງປະເທດໃນຫຼາຍຂົງເຂດ ແລະ ຍູ້ແຮງການໂຄສະນາພາບພົດຂອງ ຫວຽດນາມຢູ່ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ