ທ່ານຮອງນາຍົກລັດຖະມົນຕີ ເຈີນຮົ່ງຮ່າ ຕ້ອນຮັບຜູ້ວ່າການແຂວງ Kaluga ສະຫະພັນລັດເຊຍ

(VOVWORLD) - ຕອນເຊົ້າວັນທີ 23 ພະຈິກ ຢູ່ ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເຈີນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານ Vasilav Valerievich Shapsha, ຜູ້ວ່າການແຂວງ Kaluga ສະຫະພັນ ລັດເຊຍ ພວມຢ້ຽມຢາມແລະເຮັດວຽກຢູ່ ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ເຈີນຮົ່ງຮ່າ ຕ້ອນຮັບຜູ້ວ່າການແຂວງ Kaluga ສະຫະພັນລັດເຊຍ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈີນຮົ່ງຮ່າ ຕ້ອນຮັບທ່ານ Vasilav Valerievich Shapsha, ຜູ້ວ່າການແຂວງ Kaluga ສະຫະພັນ ລັດເຊຍ.ພາບ: VGP

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈີນຮົ່ງຮ່າ ເນັ້ນຫນັກ: ການພົວພັນມິດຕະພາບການຮ່ວມມືແບບພິເສດລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ໄດ້ຮັບການທົດສອບຜ່ານຫລາຍປີຜ່ານມາ, ແມ່ນປະຖົມປັດໄຈເພື່ອຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລັດເຊຍ ຢ່າງມີປະສິດທິຜົນກວ່າອີກ, ໃນນັ້ນ ມີແຂວງ Kaluga ກັບບັນດາທ້ອງຖິ່ນ, ຄູ່ຮ່ວມມືຂອງ ຫວຽດນາມ.

ທ່ານ Vasilav Valerievich Shapsha, ຜູ້ວ່າການແຂວງ Kaluga ໃຫ້ຮູ້ວ່າ: ແຂວງ ແມ່ນ “ປະຕູ”ດຶງດູດການລົງທຶນຕ່າງປະເທດ ເຂົ້າລັດເຊຍ, ມີທ່າແຮງໃນຂົງເຂດກະສິກຳ, ອຸດສາຫະກຳຜະລິດປະດິດສ້າງ, ສາທາລະນະສຸກ, ການຢາ, ການແພດນິວເຄຼຍ.. ໃນ 3 ປີຜ່ານມາ, ວົງເງິນການຄ້າ ລະຫວ່າງ  ແຂວງ Kaluga ແລະ ຫວຽດນາມ ໄດ້ເພີ່ມຂຶ້ນທົບ 10 ເທົ່າ, ຈາກກວ່າ 30 ລ້ານ USD ມາຮອດປະຈຸບັນແມ່ນກວ່າ 300 ລ້ານ USD.

ຄຽງຄູ່ກັບການຮ່ວມມືດ້ານເສດຖະກິດແລ້ວ,  ແຂວງ Kaluga ປາດຖະຫນາຢາກສືບຕໍ່ຊຸກຍູ້ການຮ່ວມມືກ່ຽວກັບການສຶກສາ ບຳລຸງສ້າງ, ພົວພັນແລກປ່ຽນວັດທະນະທຳກັບບັນດາຄູ່ຮ່ວມມື, ທ້ອງຖິ່ນຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ