ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຳມະນາຮ່ວມມືເສດຖະກິດ ຫວຽດນາມ -ໂປໂລຍ

(VOVWORLD) -  ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາ - ເສດຖະກິດຂອງ ຫວຽດນາມ ດ້ວຍລະດັບການເຕີບໂຕໃນປີ 2017 ບັນລຸໄດ້ 6,81% ເຊິ່ງເປັນລະດັບສູງສຸດຂອງໄລຍະແຕ່ປີ 2011 – 2017.
ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຳມະນາຮ່ວມມືເສດຖະກິດ ຫວຽດນາມ -ໂປໂລຍ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈຶ່ຶອງຮ່ວາບິ່ງ ທີ່ກອງປະຊຸມສຳມະນາ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ໂປໂລຍ, ຕອນບ່າຍວັນທີ 21 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບິ່ງ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນທີ່ກອງປະຊຸມສຳມະນາຮ່ວມມືເສດຖະກິດ ຫວຽດນາມ - ໂປໂລຍທີ່ໄດ້ຈັດຕັ້ງຢູ່ສຳນັກງານສະພາສູງໂປໂລຍ.

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາ - ເສດຖະກິດຂອງ ຫວຽດນາມ ດ້ວຍລະດັບການເຕີບໂຕໃນປີ 2017 ບັນລຸໄດ້ 6,81% ເຊິ່ງເປັນລະດັບສູງສຸດຂອງໄລຍະແຕ່ປີ 2011 – 2017. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ແນະນຳກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ລົງທຶນ, ກ່ຽວກັບຂະໜາດ ແລະ ກຳລັງຄວາມສາມາດບົ່ມຊ້ອນດ້ານເສດຖະກິດ, ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ແລະ ບັນດາຄວາມຕັດສິນໃຈ ປ່ຽນແປງໃໝ່, ປະຕິຮູບເພື່ອປັບຕົວໃຫ້ແທດເໝາະກັບສະພາບການປະຕິວັດອຸດສາຫະກຳ 4.0, ທ່ານຮອງນາຍົກລັດຖະມົນຕີ ກໍ່ເນັ້ນໜັກເຖິງການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ໂປໂລຍ ທີ່ພວມພັດທະນາຢ່າງຕັ້ງໜ້າໃນໄລຍະຜ່ານມາ. ໂປໂລຍ ພວມແມ່ນຄູ່ຄ້າໃຫຍ່ສຸດຂອງ ຫວຽດນາມ ຢູ່ພາກພື້ນ ເອີລົບ ຕາເວັນອອກກາງ. ແລະ ຫວຽດນາມ  ກໍ່ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 7 ຂອງ ໂປໂລຍ ນອກຈາກ EU .

        ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ກໍ່ໄດ້ໄປຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ໂປໂລຍ, ພົບປະ ແລະ ໂອ້ລົມກັບພະນັກງານສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ໂປໂລຍ.

ຕອບກັບ

ຂ່າວ/ບົດ​ອື່ນ