ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮວ່າ​ບິ່ງ ​ເຮັດ​ວຽກກັບ​ການ​ນໍາ​ແຂວງ​ດັກ​ລັກ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ສະເໜີໃຫ້ແຂວງ ດັກລັກ ສືບຕໍ່ປະຕິບັດການປູກປ່າ, ປົກປັກຮັກສາ ແລະ ຂະຫຍາຍເນື້ອທີ່ປ່າ, ລົງທຶນອຸດສາຫະກໍາເຂົ້າໃນການປຸງແຕ່ງເຄື່ອງປ່າຂອງດົ່ງ; ໝູນໃຊ້ເຕັກໂນໂລຢີສູງເຂົ້າໃນການຜະລິດກະສິກໍາ...
ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮວ່າ​ບິ່ງ ​ເຮັດ​ວຽກກັບ​ການ​ນໍາ​ແຂວງ​ດັກ​ລັກ - ảnh 1ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ກ່າວຄໍາເຫັນທີ່ການເຮັດວຽກ

        ຕອນບ່າຍວັນທີ 28 ກຸມພາ, ກ່າວຄໍາເຫັນທີ່ການເຮັດວຽກກັບການນໍາຫຼັກແຫຼ່ງແຂວງດັກລັກ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ສະເໜີໃຫ້ແຂວງ ດັກລັກ ສືບຕໍ່ປະຕິບັດການປູກປ່າ, ປົກປັກຮັກສາ ແລະ ຂະຫຍາຍເນື້ອທີ່ປ່າ, ລົງທຶນອຸດສາຫະກໍາເຂົ້າໃນການປຸງແຕ່ງເຄື່ອງປ່າຂອງດົ່ງ; ໝູນໃຊ້ເຕັກໂນໂລຢີສູງເຂົ້າໃນການຜະລິດກະສິກໍາ; ດຶງດູດນັກລົງທຶນພັດທະນາບັນດາໂຄງການພະລັງງານສະອາດຈາກແສງອາທິດ ແລະ ພະລັງແຮງລົມ ໄຕງວຽນ; ຕິດພັນໜ້າທີ່ພັດທະນາເສດຖະກິດ ກັບການຮັກສາເສີມຂະຫຍາຍວັດທະນະທໍາທີ່ເປັນເອກະລັກສະເພາະຂອງບັນດາຊົນເຜົ່າສ່ວນໜ້ອຍ, ສ້າງເງື່ອນໄຂພັດທະນາການທ່ອງທ່ຽວ... ພ້ອມກັນນັ້ນ, ແຂວງດັກລັກ ກໍ່ຄວນສືບຕໍ່ສ້າງເຂດຊາຍແດນມີຄວາມສະຫງົບ ແລະ ມິດຕະພາບ; ກໍ່ສ້າງການພັດທະນານະຄອນ ບວນມາທວັດ ໃຫ້ສົມກັບເປັນຕົວເມືອງໃຈກາງຂອງເຂດ ໄຕງວຽນ.

        ເນື່່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ໄດ້ມອບທຶນສົ່ງເສີມການຮຽນໃຫ້ແກ່ແຂວງດັກລັກ ເປັນເງິນ 100 ລ້ານດົ່ງ ເພື່ອເບິ່ງແຍງດູແລໃຫ້ແກ່ນັກຮຽນ, ເດັກນ້ອຍຊົນເຜົ່າສ່ວນໜ້ອຍ ແລະ ມອບຈໍານວນເງິນ 200 ລ້ານດົ່ງ ເພື່ອໜູນຊ່ວຍການກໍ່ສ້າງເຮືອນມະຫາສາມັກຄີຢູ່ ແຂວງດັກລັກ. 

ຕອບກັບ

ຂ່າວ/ບົດ​ອື່ນ