ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ລົງເຮັດວຽກຢູ່ແຂວງຫາຍຟ່ອງ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີກໍໄດ້ຊີ້ໃຫ້ເຫັນບັນດາບັນຫາສໍາຄັນທີ່ຄວນເອົາໃຈໃສ່ ເພື່ອສ້າງກະແສຟອງໃໝ່ໃນການລົງທຶນ FDI ຢູ່ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ລົງເຮັດວຽກຢູ່ແຂວງຫາຍຟ່ອງ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ກ່າວຄໍາເຫັນທີ່ການເຮັດວຽກ (ພາບ: TTXVN)

ຕອນເຊົ້າວັນທີ 25 ມັງກອນ, ຄະນະກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ໄດ້ລົງເຮັດວຽກກັບນະຄອນຫາຍຟ່ອງ ຂອງຫວຽດນາມ, ຊອກຮູ້ກ່ຽວກັບສະພາບການຕົວຈິງ, ສະພາບການລົງທຶນຈາກຕ່າງປະເທດ ເພື່ອປະກອບສ່ວນປະຕິບັດສໍາເລັດ ແຜນຮ່າງຍື່ນສະເໜີກົມການເມືອງ ພິຈາລະນາ ແລະ ຮັບຮອງເອົາໃນເດືອນ ມີນາ 2019 ກ່ຽວກັບ “ການກໍານົດທິດສ້າງລະບອບລະບຽບການ, ນະໂຍບາຍ ໃຫ້ສົມບູນແບບ, ຍົກສູງຄຸນນະພາບ, ປະສິດທິຜົນຂອງການດຶງດູດ ແລະ ນໍາໃຊ້ເງິນລົງທຶນຈາກຕ່າງປະເທດ ຮອດປີ 2030” . ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ໄດ້ຮັບຟັງ ທ່ານ ຫງວຽນວັນຕຸ່ງ, ປະທານຄະນະກໍາມະການປະຊາຊົນນະຄອນຫາຍຟ່ອງ ຍົກອອກບາງຂໍ້ສະເໜີແນະ ເພື່ອແນໃສ່ຍົກສູງຄຸນນະພາບ, ປະສິດທິຜົນ ແລະ ນໍາໃຊ້ແຫຼ່ງເງິນລົງທຶນ ຈາກຕ່າງປະເທດ (FDI) ໃນໄລຍະຈະມາເຖິງ ຄື ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດໂດຍມີການຄັດເລືອກ, ມີການກໍານົດທິດລົງທຶນເຂົ້າບັນດາຂົງເຂດສໍາຄັນ, ເພີ່ມທະວີການດຶງດູດເງິນລົງທຶນເຂົ້າບັນດາໂຄງການທີ່ມີຂອບຂະໜາດໃຫຍ່, ຜະລິດຕະພັນມີລັກສະນະແກ້ງແຍ້ງສູງ, ເຂົ້າຮ່ວມບັນດາລະບົບມູນຄ່າທົ່ວໂລກຂອງບັນດາກຸ່ມບໍລິສັດຂ້າມຊາດ ແລະ ສ້າງປະຖົມປັດໄຈເພື່ອດຶງດູດເງິນລົງທຶນເຂົ້າບັນດາໂຄງການອຸດສາຫະກໍາໜູນຊ່ວຍ. ພ້ອມກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີກໍໄດ້ຊີ້ໃຫ້ເຫັນບັນດາບັນຫາສໍາຄັນທີ່ຄວນເອົາໃຈໃສ່ ເພື່ອສ້າງກະແສຟອງໃໝ່ໃນການລົງທຶນ FDI ຢູ່ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ