ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ​ຕ້ອນ​ຮັ​ບ​ປະ​ທານ​ກຸ່ມບ​ໍ​ລິ​ສັດ​ປະ​ກັນ​ໄພ ທ້າຍ​ປິ໊ງຂອງ​ຈີນ

(VOVWORLD) -ວັນທີ 12 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວໄດ້ໃຫ້ການຕ້ອນຮັບທ່ານ ລົວຊີ, ປະທານກຸ່ມບໍລິສັດປະກັນໄພທ້າຍປິ໊ງ (ຈີນ)

ທີ່ການຕ້ອນຮັບ, ທ່ານ ລົວຊີ ໃຫ້ຮູ້ວ່າ ດ້ວຍຄວາມປາດຖະໜາຢາກຂຸດຄົ້ນຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນຢູ່ຫວຽດນາມ, ກຸ່ມບໍລິສັດ ທ້າຍປິ໊ງ ໄດ້ດຳເນີນການສຳຫຼວດກວດກາການຕະຫຼາດບາງຄັ້ງ ແລະ ແລກປ່ຽນກັບບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ, ເຫັນໄດ້ວ່າ ການພັດທະນາປະກັນໄພຢູ່ ຫວຽດນາມຕ້ອງເໝາະສົມກັບນະໂຍບາຍກໍ່ຄືທິດທາງກ່ຽວກັບການພັດທະນາສັງຄົມຂອງປະເທດໃນປັດຈຸບັນ, ກຸ່ມບໍລິສັດ ທ້າຍປິ໊ງປາດຖະໜາຢາກໄດ້ຮັບການອານຸຍາດຈາກລັດຖະບານໃຫ້ຕັ້ງຫ້ອງການ ແລະ ຈົດທະບຽນເຄື່ອງໝາຍເພື່ອດຳເນີນທຸລະກິດຢູ່ຕະຫຼາດ ຫວຽດນາມ.

        ສ່ວນທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເນັ້ນໜັກວ່າ ຕະຫຼາດປະກັນໄພຫວຽດນາມ ມີການພັດທະນາດ້ວຍລະດັບຄວາມໄວສູງ ແລະ ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ. ສຳລັບປະກັນໄພສັງຄົມ, ແຜນນະໂຍບາຍຂອງ ຫວຽດນາມແມ່ນພັດທະນາລະບົບປະກັນໄພສັງຄົມຫຼາຍຊັ້ນ, ມຸ່ງໄປສູ່ເປົ້າໝາຍປະຊາຊົນທຸດຄົນລ້ວນແຕ່ໄດ້ນຳໃຊ້ປະກັນໄພສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ