ທ່ານຮອງນາຍົກລັດຖະມົນຕີຈີ້ງດີງຢູງແລະ ທ່ານປະທານສະຫະສະມາຄົມກາແດງ ແລະ ກາຊີກວົງເດືອນແດງສາກົນ Tadateru Konoe
ພາບ:thanhtra.com.vn
|
(vovworld)- ທີ່ການຕ້ອນຮັບປະທານສະຫະສະມາຄົມກາແດງ ແລະ ກາຊີກວົງເດືອນແດງສາກົນ Tadateru Konoe ໃນຕອນບ່າຍວັນທີ 19/11 ຢູ່ ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນປະເທດຖືກຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ໄພທຳມະຊາດນັບມື້ນັບຮ້າຍແຮງ, ໃນຊຸມເດືອນຜ່ານມາ ປະຊາຊົນພາກກາງຫວຽດນາມ ໄດ້ຖືກນ້ຳຖ້ວມຫລາຍຄັ້ງ. ທ່ານຮອງນາຍົກລັດຖະມົນຕີ ປາດຖະຫນາຢາກສະຫະສະມາຄົມສືບຕໍ່ເອົາໃຈໃສ່, ເພີ່ມທະວີຮຽກຮ້ອງການຫນູນຊ່ວຍສາກົນໃຫ້ແກ່ປະຊາຊົນທີ່ຖືກເສຍຫາຍຍ້ອນໄພນ້ຳຖ້ວມ, ໄພທຳມະຊາດ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນຫນັກວ່າ: ລັດຖະບານ ຫວຽດນາມ ຈະສ້າງເງື່ອນໄຂດີສຸດເພື່ອໃຫ້ບັນດາການເຄື່ອນໄຫວມະນຸດສະທຳຂອງສະຫະສະມາຄົມຢູ່ຫວຽດນາມ ກໍຄືໃນການພົວພັນຮ່ວມມື, ຫນູນຊ່ວຍສະພາກາແດງຫວຽດນາມ.