ທ່ານຮອງນາຍົກລັດຖະມົນຕີຈີ້ງດີງຢູງຕ້ອນຮັບເອກອັກຄະລັດຖະທູດສ.ເບລາຣຸດ,ອິນເດຍ,ໂຮນລັງ
ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ອິນເດຍ Harish Parvathaneni
ພາບ:baoquocte.vn
|
(vovworld)- ຕອນເຊົ້າວັນທີ 28/3, ຢູ່ ສຳນັກງານ ລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ສ. ເບລາຣຸດ, ອິນເດຍ ແລະ ໂຮນລັງ. ທີ່ການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ສ. ເບລາຣຸດ, ທ່ານ Vlamimir Goshin, ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ຖືວ່າ: ເພື່ອປະຕິບັດບັນດາຂໍ້ຕົກລົງຊື່ງການນຳຂັ້ນສູງສອງປະເທດໄດ້ເປັນເອກະພາບ ພ້ອມທັງພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອຢ່າງແທ້ຈິງ, ສອງຝ່າຍຄວນຍູ້ແຮງບັນດາການເຄື່ອນໄຫວຮ່ວມມືໃນທຸກຂົງເຂດ, ພິເສດແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ.
ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອິນເດຍ Harish Parvathaneni, ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ຢືນຢັນ: ນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ຍາມໃດກໍຖືການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອິນເດຍ ເປັນສຳຄັນ, ສະຫນັບສະຫນູນນະໂຍບາຍ “ການກະທຳມຸ່ງໄປເຖິງທິດຕາເວັນອອກ” ແລະ ປາດຖະຫນາວ່າ ອິນເດຍ ມີບົດບາດ, ທີ່ຕັ້ງສູງກວ່າຢູ່ ພາກພື້ນ ແລະ ໃນໂລກ. ສອງຝ່າຍເພີ່ມທະວີການລົງທຶນໃນບັນດາຂົງເຂດຊື່ງອິນເດຍ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ.
ທີ່ການຕ້ອນຮັບເອກອັກຄະລັດຖະທູດ ໂຮນລັງ, ທ່ານນາງ Nienke Trooster, ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ຢືນຢັນ: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາແຫລ່ງນ້ຳ, ພັດທະນາກະສິກຳແບບຍືນຍົງແມ່ນການບຸລິມະສິດຂອງຫວຽດນາມ.