ທ່ານຮອງນາຍົກລັດຖະມົນຕີຈີ້ງດີງຢູ໋ງເຂົ້າຮ່ວມພິທີສະເຫລີມສະຫລອງ10ປີແຫ່ງວັນສ້າງຕັ້ງບໍລິສັດໃຫຍ່ສຳຫລວດຂຸດຄົ

(VOVWORLD) -“ບໍລິສັດໃຫຍ່ສຳຫລວດຂຸດຄົ້ນນ້ຳມັນອາຍແກສ ແລະ ບັນດາບໍລິສັດສະມາຊິກກຸ່ມບໍລິສັດນ້ຳມັນອາຍແກສແຫ່ງຊາດຫວຽດນາມ ຄວນສຸມໃສ່ປະຕິບັດບັນດາມາດຕະການຢ່າງຄົບຊຸດ,ສູ້ຊົນຂຸດຄົ້ນນ້ຳມັນໃຫ້ລື່ນກາຍ 1 ລ້ານໂຕນເມື່ອທຽບໃສ່ແຜນການທີ່ລັດຖະບານໄດ້ວາງອອກໃຫ້ປີ 2017. 
ທ່ານຮອງນາຍົກລັດຖະມົນຕີຈີ້ງດີງຢູ໋ງເຂົ້າຮ່ວມພິທີສະເຫລີມສະຫລອງ10ປີແຫ່ງວັນສ້າງຕັ້ງບໍລິສັດໃຫຍ່ສຳຫລວດຂຸດຄົ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງກ່າວຄຳເຫັນນະພິທີ

ນັ້ນແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ທີ່ພິທີສະເຫລີມສະຫລອງ 10 ປີແຫ່ງວັນສ້າງຕັ້ງບໍລິສັດໃຫຍ່ສຳຫລວດຂຸດຄົ້ນນ້ຳມັນອາຍແກສ ຊື່ງຖືກຈັດຂຶ້ນໃນຕອນບ່າຍວັນທີ 26 ພຶດສະພາ ຢູ່ ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີ ສະເຫນີ: ໄລຍະຈະມາເຖິງ, ບໍລິສັດໃຫຍ່ ຄວນສຸມໃສ່ຊີ້ນຳການປະຕິບັດບັນດາມາດຕະການຈັດຕັ້ງ ເຕັກນິກ ເພື່ອຜັນຂະຫຍາຍປະສິດທິຜົນວຽກງານສຳຫລວດ, ກວດກາບັນດາບໍ່ນ້ຳມັນ, ຍົກສູງກຳລັງຄວາມສາມາດການບໍລິຫານ, ປະຕິບັດບັນດາໂຄງການຖືກກັບລະດັບຄວາມໄວ.

ຕອບກັບ

ຂ່າວ/ບົດ​ອື່ນ