(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດການາດາ John Baird, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິງ, ໄດ້ໄປຢ້ຽມຢາມປະເທດການາດາ ຢ່າງເປັນທາງການ ແຕ່ວັນທີ 29 – 30/09. ທີ່ Ottawa, 2 ຝ່າຍໄດ້ແລກປ່ຽນກ່ຽວກັບບັນດາມາດຕະການເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມື ແລະ ມິດຄະພາບລະຫວ່າງ 2 ປະເທດຍິ່ງກວ່າອີກໃນໄລຍະຈະມາເຖິງ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ, ໝັ້ນຄົງ, ຍາວນານກັບການາດາ ເປັນສຳຄັນ; ສະເໜີໃຫ້ 2 ຝ່າຍຈຶ່ງແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ຕີລາຄາສູງ ແລະ ໜັບສະໜູນການາດາ ເອົາໃຈໃສ່, ເພີ່ມທະວີການພົວພັນກັບອາຊຽນ ແລະ ພາກພື້ນ ອາຊີ - ປາຊີຝິກ. ທ່ານລັດຖະມົນຕີການຕ່າງປະເທດ John Baird ຢືນຢັນວ່າ, ການາດາ ຖືການພັດທະນາການພົວພັນກັບຫວຽດນາມ ເປັນສຳຄັນ ໃນນະໂຍບາຍລວມ ສຳລັບພາກພື້ນອາຊີ - ປາຊີຝິກ; ເຫັນດີວ່າ 2 ຝ່າຍຈະສົມທົບກັນນຳການພົວພັນລະຫວ່າງ 2 ປະເທດໃຫ້ແທດຈິງ ແລະ ມີປະສິດທິຜົນ. ສິ້ນສຸດການເຈລະຈາ, 2 ຝ່າຍໄດ້ລົງນາມໃນຂໍ້ຕົກລົງລະຫວ່າງກະຊວງຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດ, ການຄ້າ ແລະ ພັດທະນາການາດາ ກ່ຽວກັບການຮ່ວມມື 2 ຝ່າຍ.
ທີ່ການພົບລະຫວ່າງທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ແລະ ທ່ານລັດຖະມົນຕີກະຊວງພັດທະນາ ແລະ ປະຊາຄົມໃຊ້ພາສາຝລັ່ງ Christian Paradis, ຢືນຢັນວ່າ ການາດາ ສະໜັບສະໜູນຍຸດທະສາດພັດທະນາເສດຖະກິດແຫ່ງຊາດຂອງຫວຽດນາມ, ໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍຫວຽດນາມ ໃນຂົງເຂດປະຕິຮູບລະບົບທະນາຄານ, ໜູນຊ່ວຍບັນດາວິສາຫະກິຂະໜາດກາງ ແລະ ນ້ອຍ, ບຳລຸງສ້າງວິຊາຊີບ… ທ່ີການພົບປະກັບທ່ານລັດຖະມົນຕີການຄ້າສາກົນ Ed Fast, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ສະເໜີໃຫ້ລັດຖະບານການາດາ ເປີດກວ້າງຕະຫຼາດໃຫ້ແກ່ສິນຄ້າຫວຽດນາມ ກວ່າອີກ; ຮັບຮູ້ຫວຽດນາມ ມີພື້ນຖານເສດຖະກິດການຕະຫຼາດ. ທ່ານລັດຖະມົນຕີ Ed Fast ຢືນຢັນວ່າ, ການາດາ ຖືຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຮັບບຸລິມະສິດຍຸດທະສາດຂອງການາດາ ກ່ຽວກັບດ້ານການຄ້າ, ການສຶກສາ.. ສະແດງຄວາມປາດຖະໜາຢາກຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່.