ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກລົງກວດກາວຽກງານອະໄພຍະໂທດຢູ່ຄ້າຍຄຸມຂັງຊວນລົກ

ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກລົງກວດກາວຽກງານອະໄພຍະໂທດຢູ່ຄ້າຍຄຸມຂັງຊວນລົກ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
ຢື້​ຢາມ​ຖາມ​ຂ່າວ​ບັນ​ດາ​ນັກ​ໂທດ​
ພາບ:baodongnai.com


(vovworld)-ວັນ​ທີ 16/8 ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ປະ​ທານ​ສະ​ພາ​ທີ່​ປຶກ​ສາ​ອະ​ໄພ​ຍະ​ໂທດ​ສູນ​ກາງ ໄດ້​ລົງ​ກວດ​ກາ​ວຽກ​ງານ​ອະ​ໄພ​ຍະ​ໂທດ​ປີ 2015 ຢູ່ ຄ້າຍ​ຄຸມ​ຂັງ ຊວນ​ລົກ ແຂວງ ດົງ​ນາຍ. ປະ​ຈຸ​ບັນ ຄ້າຍ​ຄຸມ​ຂັງ ຊວນ​ລົກ ມີ​ນັກ​ໂທດ ກວ່າ 5000 ຄົນ, ໃນ​ການ​ອະ​ໄພ​ຍະ​ໂທດ​ຄັ້ງ​ນີ້ ຄ້າຍ​ດັ່ງ​ກ່າວ​ມີ ນັກ​ໂທດ 525 ຄົນ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ​ອະ​ໄພ​ຍະ​ໂທດ, ປ່ອຍ​ຕົວ​ກ່ອນ​ກຳ​ນົດ​ເວ​ລາ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ລະ​ດົມ​ກຳ​ລັງ​ໃຈ, ຢື້​ຢາມ​ຖາມ​ຂ່າວ​ບັນ​ດາ​ນັກ​ໂທດ​ພ​້ອມ​ທັງ​ຕັກ​ເຕືອນ​ນັກ​ໂທດ​ຕ້ອງ​ປະ​ຕິ​ບັດ​ບັນ​ດາ​ຂໍ​້​ກຳ​ນົດ​ກົດ​ລະ​ບຽບ​ຂອ​ງ​ຄ​້າຍ​ຄຸມ​ຂັງ​ເປັນ​ຢ່າງ​ດີ​ເພື່ອ​ກັບ​ຄືນ​ເຊື່ອມ​ຕົວ​ກັບ​ວົງ​ຄະ​ນາ​ຍາດ​ໂດຍ​ໄວ ແມ່ນ​ພົນ​ລະ​ເມືອງມ​ີ​ປະ​ໂຫຍດ​ຕໍ່​ສັງ​ຄົມ.

ຂ່າວ/ບົດ​ອື່ນ