ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫລີມສະຫລອງ10ປີແຫ່ງວັນສ້າງຕັ້ງເຂດເສດຖະກິດເປີດຈູລາຍ

ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫລີມສະຫລອງ10ປີແຫ່ງວັນສ້າງຕັ້ງເຂດເສດຖະກິດເປີດຈູລາຍ - ảnh 1
ເຂດ​ເສດຖະກິດ​ເປີດ​ຈູ​ລາຍມີ 89 ​ໂຄງການ​ໄດ້​ຮັບ​ຫນັງ
ສື​ອະນຸຍາດ​ລົງທຶນ


(vovworld)- ​ ຕອນ​ເຊົ້າ​ວັນ​ທີ 17/8 ຢູ່​ທ່າ​ກຳ​ປັ່ນ ຕາມ​ຫຽບ, ​ເມືອງ​ນູຍ​ແທ່ງ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ກ໋ວາງ​ນາມ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫລີ​ມສະຫລອງ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ເຂດ​ເສດຖະກິດ​ເປີດ​ຈູ​ລາຍ. ​ເຂດ​ນີ້​ລວມມີ 24 ຕາ​ແສງ ຂຶ້ນ​ກັບ 4 ​ເມືອງ, ນະຄອນ, ​ໃນ​ນັ້ນ ມີ​ເຂດ​ອຸດສາຫະກຳ 5 ​ແຫ່ງ ດ້ວຍ​ເນື້ອ​ທີ່​ 3500 ​ເຮັກ​ຕາ, ​ເຂດ​ທ່ອງ​ທ່ຽວ ມີ​ເນື້ອ​ທີ 7000 ​ເຮັກຕາ ​ແລະ ​ເຂດ​ຕົວ​ເມືອງ ​ແມ່ນ 15.000 ​ເຮັກຕາ. ​ໃນ 10 ປີຜ່ານມາ,​ ເຂດ​ເສດຖະກິດ​ເປີດ​ຈູ​ລາຍ ມີ 89 ​ໂຄງການ​ໄດ້​ຮັບ​ຫນັງສື​ອະນຸຍາດ​ລົງທຶນ ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ 1.5 ຕື້ USD, ​ໃນ​ນັ້ນ ມີ 62 ​ໂຄງການ​ພວມ​ເຄື່ອນ​ໄຫວ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ຫນັກ​ສະ​ເຫ​ນີ ​ແຂວງ ກວ໋າງນາມ ຄວນ​ຕັ້ງຫນ້າ​ດຶງ​ດູດ​ບັນດາ​ໂຄງການ​ມີ​ຂອບ​ຂະຫນາດ​ໃຫຍ່, ບັນດາ​ບໍລິການ​ສຳຮອງ. ກ່ອນ​ອື່ນ​ໝົດ ອຳນາດ​ການ​ປົກຄອງ​ຄວນ​ປະຕິບັດ​ວຽກ​ງານ​ຊົດ​ເຊີຍ​ການ​ບຸກ​ເບີກ​ຫນ້າ​ພຽງ, ຕັ້ງ​ບອ່ນຢູ່​ອາ​ໄສ​ໃຫ້​ປະຊາຊົນ​ຄືນ​ໃຫມ່, ປະຕິ​ຮູບ​ລະບຽບ​ການ​ບໍລິຫານ ​ແລະ ບຳລຸງ​ສ້າງ​ແຫ​ລ່ງຊັບພະຍາກອນ​ມະນຸດ​ເປັນ​ຢ່າງ​ດີ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ຫນັກ​ວ່າ:

        “ພວກ​ເຮົາ​ສ້າງ​ເຂດ​ເສດຖະກິດ​ນີ້​ກໍ​ແມ່ນ​ເພື່ອ​​ໃຫ້​ປະຊາຊົນ​ໄດ້​ຊົມ​ໃຊ້ ສະ​ນັ້ນ ຕ້ອງ​ສ້າງ​ແຫ​ລ່ງຊັບພະຍາກອນ​ມະນຸດ ນັ້ນ​ແມ່ນ​ນະ​ໂຍບາຍ​ບຳລຸງ​ສ້າງ​ກຳມະກອນ ​ແລະ ວິ​ສາວະ​ກອນ ​ເພື່ອ​ຮັບ​ໃຊ້​ໃຫ້​​ເຂດ​ເສດຖະກິດ.​ ນີ້​ແມ່ນ​ຄຳ​ຮຽກຮ້ອງ​ທີ່​ຈຳ​ເປັນ​ທີ່​ສຸດ​ເພື່ອ​ຫລຸດຜ່ອນ​ຄວາມທຸກ​ຍາກ​ອຶດຫິວໃຫ້ປະຊາຊົນ. ນອກ​ນັ້ນ ພວກ​ເຮົາ​ຕ້ອງ​ມີ​ໂຄງການ​ການ​ມີ​ມູນ​ຄ່າ​ສູງ​ກວ່າ.”

ຂ່າວ/ບົດ​ອື່ນ