ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫລີມສະຫລອງ15ປີແຫ່ງວັນສ້າງຕັ້ງສະຖາບັນຕຸລາການ
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກກ່າວຄຳເຫັນນະພິທີ
ພາບ:internet
|
(vovworld)- ວັນທີ 24/11 ຢູ່ຮ່າໂນ້ຍ, ສະຖາບັນຕຸລາການຈັດຕັ້ງພິທີສະເຫລີມສະຫລອງ 15 ປີແຫ່ງວັນສ້າງຕັ້ງ ແລະ ປະກາດຂໍ້ຕົກລົງຂອງນາຍົກລັດຖະມົນຕີ ອະນຸມັດແຜນຮ່າງກໍ່ສ້າງສະຖາບັນດັ່ງກ່າວໃຫ້ກາຍເປັນສູນບຳລຸງສ້າງບັນດານາມຕຳແຫນ່ງຕຸລາການ. ກ່າວຄຳເຫັນນະພິທີ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ: ພັກ, ລັດ ມີຄວາມເອົາໃຈໃສ່ເປັນພິເສດເຖິງການສ້າງຖັນແຖວພະນັກງານຕຸລາການມີວິຊາສະເພາະເກັ່ງ, ມີຄຸນສົມບັດດີ, ຕອບສະຫນອງກິດຈະການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ, ເຊ່ືອມໂຍງເຂົ້າກັບສາກົນ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ: ສະຖາບັນຕຸລາການຕ້ອງເອົາໃຈໃສ່ເຖິງການປ່ຽນໃຫມ່ວຽກງານບຳລຸງສ້າງພະນັກງານຫລັກແຫລ່ງ, ພະນັກງານມີຊຳນານງານ ຄຸນສົມບັດ, ກ້າຫານໃນການຕໍ່ສູ້ເພື່ອຍຸຕິທຳ, ປົກປັກຮັກສາລະບອບສັງຄົມນິຍົມ.