ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ເຮັດວຽກກັບພະນັກງານຫລັກແຫລ່ງແຂວງຕວຽນກວາງ
ພາບ:vietnamplus.vn
|
(vovworld)- ວັນທີ 20/3, ທ່ານ ຫງວຽນຊວນຟຸກ, ຮອງນາຍົກລັດຖະມົນຕີ ແລະ ຄະນະປະຕິບັດງານສູນກາງ ໄດ້ເຮັດວຽກກັບພະນັກງານຫລັກແຫລ່ງແຂວງຕວຽນກວາງ ກ່ຽວກັບສະພາບການພັດທະນາເສດຖະກິດ ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ: ແຂວງ ຕວຽນກວາງ ແມ່ນແຂວງພູດອຍ, ເງື່ອນໄຂພັດທະນາເສດຖະກິດສັງຄົມຍັງປະສົບກັບຄວາມຫຍຸ້ງຍາກ, ເພື່ອບັນລຸຄາດໝາຍ, ແຜນການວາງອອກ, ແຂວງ ຄວນປ່ຽນໃຫມ່ຈີນຕະນາການ ແລະ ປະຕິບັດການສ້າງໂຄງປະກອບການລົງທຶນຄືນໃຫມ່, ເຊື່ອມໂຍງເຂົ້າກັບເສດຖະກິດພາຍໃນປະເທດ ແລະ ໂລກຢ່າງເລິກເຊິ່ງກວ້າງຂວາງ. ທາງແຂວງ ຄວນເອົາໃຈໃສ່ພັດທະນາກະສິກຳ, ປ່າໄມ້, ສິນໃນນ້ຳ, ບັນດາທ່າແຮງຂອງແຂວງ ຕາມທິດຜະລິດເປັນສິນຄ້າ, ເອົາໃຈໃສ່ການປັບປຸງສະພາບແວດລ້ອມດຶງດູດການລົງທຶນ ແລະ ກຳນົດບັນດາຂົງເຂດບຸກທະລຸໃຫ້ເໝາະສົມກັບເງື່ອນໄຂຕົວຈິງຂອງທ້ອງຖິ່ນ.