ທ່ານຮອງນາຍົກລັດຖະມົນຕີຫງວຽນທ້ຽນເຍີນພົບປະກັບຜູ້ມີສິດເລືອກຕັ້ງ ຢູ່ແຂວງບັກຢາງ


ທ່ານທ່ານຮອງນາຍົກລັດຖະມົນຕີຫງວຽນທ້ຽນເຍີນພົບປະກັບຜູ້ມີສິດເລືອກຕັ້ງ ຢູ່ແຂວງບັກຢາງ - ảnh 1ທ່ານຮອງນາຍົກລັດຖະມົນຕີຫງວຽນທ້ຽນເຍີນພົບປະກັບຜູ້ມີສິດ
ເລືອກຕັ້ງ
ພາບ:internet

(vovworld)- ທີ່​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ແຂວງ​ບັກ​ຢາງ​ໃນ​ວັນ​ທີ 15/10, ທ່າ​ນ ຫງວຽນ​ທ້ຽນ​ເຍີນ, ຮອງ​ນາຍົກລັດຖະມົນຕີ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ຄະນະ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​(ສສຊ) ​ແຂວງ​ບັກ​ຢາງ ​ໄດ້​ຕອບ​ຫລາຍ​ຄຳ​ຖາມ​ກ່ຽວ​ກັບ​ບັນດາ​ບັນຫາ​ຊື່​ງຜູ້​ມີ​ສິດ​ເລືອກ​ຕັ້ງ​ສົນ​ໃຈ​ຄື: ກໍ່ສ້າງ​ໂຮງຮຽນ​ລົງ​ເລິກ​ວິຊາ, ​ໂຮງຮຽນ​ກິນນອນ​ຊົນ​ເຜົ່າ, ພະນັກງານ​ສະ​ເພາະ​ກິດ​ກຳ​ມະ​ບານ, ນະ​ໂຍບາຍ​ສຳລັບ​ຜູ້​ມີ​ຄຸນງາມຄວາມດີ ​ແລະ ​ແກ້​ໄຂ​ບັນດາ​ເອກະສານ​ບໍ່​ຖືກ​ກັບ​ກົດໝາຍ. ກ່ຽວກັບ​ບັນຫາ​ກ່ຽວຂ້ອງ​ເຖິງ​ຊີວິດ​ສັງຄົມ ​ແລະ ນະ​ໂຍບາຍ​ຂອງ​ຊາວ​ກະສິກອນ ຄື: ສະ​ເຫ​ນີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ ​ກ່ຽວ​ກັບປະກັນ​ສຸຂະພາບ​ໃຫ້​ແກ່​ຊາວ​ກະສິກອນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໃຫ້​ຮູ້​ວ່າ: ບັນດາ​ຂະ​ແຫນງ​ການຈະ​ຄົ້ນ​ຄ້ວາ ​ແລະ ສາມາດ​ປະຕິບັດ​ທົດລອງ. ບັນດາ​ຄຳ​ສະ​ເຫ​ນີ ບໍ່​ຂຶ້ນ​ກັບ​ສິດ​ອຳນາດ​ຫລື​ບໍ່​ທັນ​ມີ​ກົນ​ໄກ, ນະ​ໂຍບາຍ, ຄະນະ​ສສຊ ຮັບ​ຮູ້ ​ແລະ ມີ​ຄຳ​ເຫັນ​ໃນ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ຈະມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ