ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ໄດ້ພົບປະເຈລະຈາກັບ
ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ
ພາບ:vov
|
(vovworld)- ວັນທີ 10/10 ຢູ່ ນອກກອງປະຊຸມສຸດຍອດເຈລະຈາຮ່ວມມືອາຊີ (ACD) ຄັ້ງທີ 2, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ. ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ສະເຫນີ ສອງຝ່າຍ ສືບຕໍ່ເພີ່ມທະວີການຢ້ຽມຢາມຂັ້ນສູງ ແລະ ທຸກຂັ້ນ. ສອງຝ່າຍສົມທົບກັນກະກຽມ ແລະຈັດຕັ້ງບັນດາການເຄື່ອນໄຫວສະເຫລີມສະຫລອງ 55 ປີແຫ່ງວັນສ້າງການພົວພັນທາງການທູດ, 40 ປີແຫ່ງວັນລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ໃນປີ 2017. ກ່ຽວກັບການຮ່ວມມືດ້ານເສດຖະກິດ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມຖືວ່າ ຄວນສືບຕໍ່ສ້າງເງື່ອນໄຂໃຫ້ບັນດາໂຄງການຮ່ວມມືລົງທຶນລະຫວ່າງສອງປະເທດ. ບັນດາການເຄື່ອນໄຫວຮ່ວມມືລະຫວ່າງສອງປະເທດ ຄວນຍູ້ແຮງໃນບັນດາຂົງເຂດ. ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ສະເຫນີ ສອງຝ່າຍສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນ, ມີປະສິດທິຜົນໃນການນຳໃຊ້ແຫລ່ງນ້ຳຢູ່ແມ່ນ້ຳຂອງ. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ສະແດງຄວາມເພິ່ງພໍໃຈກ່ຽວກັບການພັດທະນາອັນດີງາມຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ. ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ, ວິສາຫະກິດ ແລະ ປະຊາຊົນສອງປະເທດ ໄດ້ມີຄວາມມານະພະຍາຍາມຫລາຍຢ່າງໃນການປະຕິບັດບັນດາຂໍ້ຕົກລົງ, ສັນຍາ, ບົດບັນທຶກຊ່ວຍຈຳການຮ່ວມມືສອງຝ່າຍ. ສອງຝ່າຍຄວນສືບຕໍ່ການຮັກສາການແລກປ່ຽນການຢ້ຽມຢາມ ແລະ ພົບປະຂັ້ນສູງເປັນປະຈຳ ດ້ວຍຫລາຍຮູບການແຕກຕ່າງກັນ ເພື່ອເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ແບ່ງປັນບົດຮຽນ.