ທ່ານຮອງນາຍົກລັດຖະມົນຕີຫວຸູວັນນີງເປັນປະທານກອງປະຊຸມສະຫລຸບ3ປີແຫ່ງໂຄງການກໍ່ສ້າງຊົນນະບົດໃຫມ່

ທ່ານຮອງນາຍົກລັດຖະມົນຕີຫວຸູວັນນີງເປັນປະທານກອງປະຊຸມສະຫລຸບ3ປີແຫ່ງໂຄງການກໍ່ສ້າງຊົນນະບົດໃຫມ່ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ກ່າວຄຳເຫັນທີ່ກອງປະຊຸມ
ພາບ:chinhphu.vn


(vovworld)- ​ ພາຍຫລັງ​ກວ່າ 3 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າ​ງຊົນນະບົດ​ໃຫມ່, ບັນດາ​ທ້ອງ​ຖິ່ນ​ໃນ​​ເຂ​ດທາງທິດຕາ​ເວັນ​ອອກ​ພາກ​ໃຕ້, ທິດ​ເຫນືອ​ພາກ​ກາງ ​ແລະ ​ເຂດ​ໄຕ​ງວຽນ​ບັນລຸ​ໄດ້​ໝາກຜົນ​ທີ່​ຕັ້ງຫນ້າຫລາຍ​ຢ່າງ. ກ່າວ​ຄຳ​ເຫັນ​ສະຫລຸບ​ 3 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່ສ້າງ​ຊົນນະບົດ​ໃຫມ່ ຊື່​ງຖືກ​ຈັດ​ຂຶ້ນ​ຢູ່​ນະຄອນ ດາລາ​ດ, ແຂວງ ​ເລີມ​ດົງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ​ເນັ້ນ​ຫນັກ​ວ່າ:

“ຂ້າພະ​ເຈົ້າ​ສ​ະ​ເຫ​ນີ ຄວນ​ປຶກສາ​ຫາລື​ບັນດາ​ບັນຫາ​ຕົ້ນຕໍ​ຄື: ຮູບ​ການ​ຊີ້​ນຳ​ນຳພາ​ຂອງ​ພັກ, ຄະນະ​ພັກ​ທຸກ​ຂັ້ນ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຕິດ​ພັນ​ກັບ​ບັ້ນ​ຂົນຂວາຍ​ປະຊາຊົນ​ ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃຫມ່. ບັນດາ​ວິທີ​ການ​ປ່ຽນ​ໃຫມ່​ການ​ຜະລິດ, ຮູບ​ແບບ​ການ​ຜະລິດ​ໃຫມ່. ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ​ໃນ​ວິວັດ​ການ​ຜັນ​ຂະຫຍາຍ​ປະຕິບັດ​ຢູ່​ທ້ອງ​ຖິ່ນ​ຕົນ, ຖອດ​ຖອນ​ບົດຮຽນ​ກ່ຽວ​ກັບ​ວິທີ​ເຮັດ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ. ນອກ​ນັ້ນ ກົນ​ໄກ, ນະ​ໂຍບາຍ, ວິວັດ​ການ​ຂົນຂວາຍ ຕ້ອງ​ປັບປຸງ, ​ເພີ່ມ​ເຕີມ, ​ເຮັດ​ແນວ​ໃດ​ໃຫ້​ເໝາະ​ສົມ ​ແລະ ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ​”

 

ຂ່າວ/ບົດ​ອື່ນ