ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງເຮັດວຽກກັບອົງການກວດກາລັດຖະບານ
(ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງ
ເຮັດວຽກກັບອົງການກວດກາລັດຖະບານ)
(vovworld)- ທີ່ການເຮັດວຽກກັບອົງການກວດກາລັດຖະບານ, ໃນຕອນເຊົ້າວັນທີ 6/5 ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ສະເໜີຂະແໜງກວດກາຕ້ອງສືບຕໍ່ສາມັກຄີ, ເພີ່ມທະວີປະສິດທິຜາບ ແລະ ປະສິດທິຜົນການເຄື່ອນໄຫວຂອງກົງຈັກລັດຖະບານ ພ້ອມທັງປະຕິບັດການເຄື່ອນໄຫວວຽກງານກວດກາຢ່າງໃກ້ຊິດ, ຄຽງຄູ່ກັນນັ້ນກໍ່ສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ, ເປັນຕົ້ນແມ່ນຂະແໜງກວດສອບບັນຊີ ເພື່ອຈຳກັດສະພາວະຊ້ຳຊ້ອນກັນ ໃນວຽກງານກວດກາ. ພ້ອມກັນນັ້ນ, ອົງການກວດກາລັດຖະບານ ຕ້ອງເປັນເສນາທິການ ໃຫ້ລັດຖະບານ, ນາຍົກລັດຖະມົນຕີກ່ຽວກັບບັນດາຂົງເຂດການກວດກາ, ແກ້ໄຂການຮ້ອງທຸກ, ການກ່າວຟ້ອງ ແລະ ການຕ້ານສໍ້ລາດບັງຫຼວງ. ຂະແໜງກວດກາກໍ່ຕ້ອງຍົກສູງ ທັກສະວຽກງານ, ໃກ້ຊິດຕິດແທດກັບແຜນການຂອງລັດຖະບານ, ນາຍົກລັດຖະມົນຕີ ເພື່ອຜັນຂະຫຍາຍວຽກງານກວດກາຢ່າງມີວິທະຍາສາດ, ໄຫວພີບ ແນໃສ່ຍົກສູງຄຸນນະພາບການກວດກາ, ຕັດສິນໃຈແກ້ໄຂການລະເມີດ. ຄຽງຄູ່ກັນນັ້ນ, ຂະແໜງກວດກາ ຕ້ອງປະຕິບັດບັນດາໂຄງການຮ່ວມມືສາກົນ ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວວຽກງານ ຕ້ານການສໍ້ລາດບັງຫຼວງ.