ທ່ານຮອງນາຍົກລັດຖະມົນຕີໄປຢ້ຽມຢາມ ແລະ ເຮັດວຽກກັບສະພາກາແດງ ຫວຽດນາມ

ທ່ານຮອງນາຍົກລັດຖະມົນຕີໄປຢ້ຽມຢາມ ແລະ ເຮັດວຽກກັບສະພາກາແດງ ຫວຽດນາມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ​ ຫງວຽນ​ທ້ຽນ​ເຍິນ
​ເຮັດ​ວຽກ​ກັບ​ສະພາກາ​ແດງ​ຫວຽດນາມ
(ພາບ: nguyentandung.org)

(vovworld) – ຕອນ​ບ່າຍ​ວັນ​ທີ 23/2, ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ​ ຫງວຽນ​ທ້ຽນ​ເຍິນ ​ໄດ້​ມີ​ການຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສະພາກາ​ແດງ​ຫວຽດນາມ. ບົດ​ລາຍ​ງານ​ຂອງ​ສະພາ​ກາ​ແດງ​ຫວຽດນາມ​ໃຫ້​ຮູ້​ວ່າ, ​ໄລຍະ 2007 – 2012, ສະພາ​ໄດ້​ຈັດ​ຕັ້ງ​ຂະ​ບວນການ, ບັ້ນ​ຂົນຂວາຍ​ຕ່າງໆຢ່າງ​ມີ​ປະສິດທິ​ຜົນ… ສະ​ເພາະ​ປີ 2012, ສະພາ​ລະດົມ​ເງິນ​ໄດ້ 2.500 ຕື້​ດົ່ງ, ຊ່ວຍ​ເຫຼືອ​ໃຫ້​ຜູ້​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ບືນ​ຕົວ​ຂຶ້ນ​ໃນ​ຊີວິດ​. ​ໃນ​ໂອກາດ​ບຸນປີ​ໃໝ່​ຜ່ານ​ມາ, ສະມາຄົມ​ບັນດາ​ແຂວງ, ນະຄອນ ​ໄດ້​ລະດົມ ​ແລະ ມອບ​ຂອງຂວັນ 1,5 ລ້ານ​ພູດ​​ໃຫ້​ບັນດາ​ຄອບຄົວ​ທີ່​ທຸກ​ຍາກ, ​ແລະ ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ດ້ວຍ​ຍອດ​ມູນ​ຄ່າ​ບັນລຸ​ກວ່າ 400 ຕື້​ດົ່ງ. ທ່ານ ຫງວຽນ​ຫາຍ​ເດື່ອງ, ປະທານ​ສະພາກາ​ແດງ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

”ກ່ຽວ​ກັບ​ທິດ​ທາງ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ພະນັກງານ, ສະມາຊິກ​ທັງ​ໝົດ​ຂອງ​ສະພາ​ຈະ​ມານະ​ພະຍາຍາມ​ສູ້​ຊົນ​ກໍ່ສ້າງ​ອົງການ​ສະພາ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ, ສືບ​ຕໍ່​ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ສະພາ ​ແລະ ​ເປີດ​ກວ້າງ​ການ​ພົວພັນ ຮ່ວມ​ມື​ກັບ​ສາກົນ ​ເພື່ອ​ດຶງ​ດູດ​ແຫຼ່ງກຳລັງ​ໃຫ້​ນັບ​ມື້​ນັບ​ຫຼາຍ​ກວ່າ, ​ແນ​ໃສ່​ຮັບ​ໃຊ້​ປະຊາຊົນ​ໃຫ້​ດີກ​ວ່າ”.

ກ່າວ​ຄວາມ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ​ ຫງວຽນ​ທ້ຽນ​ເຍິນ ສະ​ເໜີ​ໃຫ້​ສະພາກາ​ແດງ​ຫວຽດນາມ ພ້ອມ​ກັບ​ສະພາກາ​ແດງ​ທຸກ​ຂັ້ນ​ຈັດການ​ສະຫຼຸບ 5 ປີ ​ແຫ່ງ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ກາ​ແດງ​ໂດຍ​ໄວ, ຈາກ​ນັ້ນ​ຊອກ​ຫາ​ບັນດາ​ມາດ​ຕະການ​ທີ່​ເໝາະ​ສົມ​ໂດຍ​ທັນທີ ​ປັບ​ປຸງ​ໃຫ້​ເໝາະ​ສົມ ​ເພື່ອ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ຂອງ​ສະພາກາ​ແດງ​ນັບ​ມື້​ນັບ​ບັນລຸ​ປະສິດທິ​ຜົນ​ກວ່າ.

 

ຂ່າວ/ບົດ​ອື່ນ