ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິນແທັງເໝີນ ໄປຢ້ຽມຢາມ, ອວຍພອນວັນບຸນຄຼິດສະມາດຢູ່ແຂວງ ວິ້ງລອງ

(VOVWORLD) - ທ່ານ ເຈິ່ນແທັງເໝີນ, ຕີລາຄາສູງເລື່ອງ ພໍ່ແມ່ພີ່ນ້ອງຊາວຄຼິດ ຫວຽດນາມ ກວ່າ 7 ບ້ານຄົນ, ໃນນັ້ນ ມີພໍ່ແມ່ພີ່ນ້ອງຊາວຄຼິດເຂດ ວິ້ງລອງ, ໄດ້ສາມັກຄີກັນປະຕິບັດຂະບວນການແຂ່ງຂັນຮັກຊາດ
ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິນແທັງເໝີນ ໄປຢ້ຽມຢາມ, ອວຍພອນວັນບຸນຄຼິດສະມາດຢູ່ແຂວງ ວິ້ງລອງ - ảnh 1(ທ່ານ ເຈິ່ນແທັງເໝີນ, ອວຍພອນວັນບຸນຄຼິດສະມາດຢູ່ສຳນັກສັງຄະລາດເຂດ ວິ້ງລອງ)

ຕອນບ່າຍວັນທີ 23 ທັນວາ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ, ໄດ້ໄປຢ້ຽມຢາມ, ອວຍພອນວັນບຸນຄຼິດສະມາດຢູ່ສຳນັກສັງຄະລາດເຂດ ວິ້ງລອງ.

ຢູ່ທີ່ນີ້, ທ່ານ ເຈິ່ນແທັງເໝີນ, ຕີລາຄາສູງເລື່ອງ ພໍ່ແມ່ພີ່ນ້ອງຊາວຄຼິດ ຫວຽດນາມ ກວ່າ 7 ບ້ານຄົນ, ໃນນັ້ນ ມີພໍ່ແມ່ພີ່ນ້ອງຊາວຄຼິດເຂດ ວິ້ງລອງ, ໄດ້ສາມັກຄີກັນປະຕິບັດຂະບວນການແຂ່ງຂັນຮັກຊາດ ໂດຍແນວໂຮມປະເທດຊາດ ຫວຽດນາມ ປຸກລະດົມ. ຜ່ານນັ້ນ, ແຜ່ຂະຫຍາຍບັນດາຄຸນຄ່າອັນດີງາມຂອງພໍ່ແມ່ພີ່ນ້ອງຊາວຄຼິດ. ທ່ານປາດຖະໜາວ່າ, ຄຸນພໍ່ຫຼວງເຂດ ວິ້ງລອງ ຮີນວັນຮາຍ ແລະ ບັນດາຄຸນພໍ່ ສືບຕໍ່ແນະນຳໃຫ້ບັນດານັກບວດ, ພໍ່ແມ່ພີ່ນ້ອງຊາວຄຼິດ ປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດໃຫ້ເປັນຢ່າງດີ; ຕັ້ງໜ້າເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ, ປະກອບສ່ວນສ້າງສາບ້ານເກີດເມືອງນອນ, ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ