ທ່ານຮອງປະທານສະພາແຫ່ງຊາດຮິ່ງງອກເຊິນຕ້ອນຮັບຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບລາວແລະກຳປູເຈຍ
ຄະນະ ຫວຽດນາມ ໄດ້ມອບຂອງຂວັນທີ່ລະນຶກໃຫ້ ທ່ານພົນຈັດຕະວາ ພູວົງ ວົງພອມ
(ພາບ:
Nguyễn Hồng Pha – TTXVN)
(vovworld) – ຕອນບ່າຍວັນທີ 12/5, ທີ່ສຳນັກງານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຮິ່ງງອກເຊິນ ຕ້ອນຮັບຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບ ລາວ - ຫວຽດນາມ ໂດຍທ່ານພົນຈັດຕະວາ ພູວົງ ວົງພອມ, ຜູ້ຮັກສາການຫົວໜ້າກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດ ສປປ.ລາວ ເປັນຫົວໜ້າຄະນະ ແລະ ສະຫະພັນບັນດາອົງການມິດຕະພາບ ກຳປູເຈຍ - ຫວຽດນາມ ໂດຍທ່ານພົນເອກ Chao Phally, ລັດຖະມົນຕີກະຊວງປ້ອງກັນປະເທດລາຊະອານາຈັກ ກຳປູເຈຍ, ຮອງປະທານສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ ເປັນຫົວໜ້າຄະນະ, ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2014). ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ຮິ່ງງອກເຊິນ ຢືນຢັນວ່າສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ຊຸກຍູ້, ເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງປະຊາຊົນ 3 ປະເທດ, ພິເສດແມ່ນໃນວຽກງານໂຄສະນາເຜີຍແຜ່ປະຊາຊົນ, ໂດຍສະເພາະແມ່ນລຸ້ນໜຸ່ມກ່ຽວກັບນຳ້ໃຈສາມັກຄີ, ການຮ່ວມມືຮອບດ້ານລະຫວ່າງປະຊາຊົນ 3 ປະເທດ. ພົນຈັດຕະວາ ພູວົງ ວົງພອມ ແລະ ພົນເອກ Chao Phally ສະເໜີວ່າໃນໄລຍະຈະມາເຖີງ, 3 ປະເທດຄວນສືບຕໍ່ເສີມຂະຫຍາຍ, ຮັກສາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ແນໃສ່ຮັກສາສະຖຽນລະພາບຄວາມໝັ້ນຄົງ ແລະ ສັນຕິພາບຢູ່ໃນພາກພື້ນ ແລະ ໃນໂລກ.