ທ່ານຮອງປະທານາທິບໍດີ ອາເມລິກາ ໄປຍັງ ອີຣັກ ໂດຍບັງເອີນ

(VOVWORLD) -ໃນໄລຍະຢູ່ຢ້ຽມຢາມ ອີຣັກ, ທ່ານຮອງປະທານາທິບໍດີ Mike Pence ຈະບໍ່ມີການພົບປະສອງຝ່າຍກັບການນໍາ ອີຣັກ.
ທ່ານຮອງປະທານາທິບໍດີ ອາເມລິກາ ໄປຍັງ ອີຣັກ ໂດຍບັງເອີນ - ảnh 1ທ່ານຮອງປະທານາທິບໍດີ ອາເມລິກາ Mike Pence (ພາບ: AFP/TTXVN)

ຕອນຄໍ່າວັນທີ 23 ພະຈິກ, ທ່ານຮອງປະທານາທິບໍດີ ອາເມລິກາ Mike Pence ໄປຍັງ ອີຣັກ ໂດຍບັງເອີນ ເພື່ອພົບປະກັບບັນດາພົນທະຫານ ອາເມລິກາ ທີ່ປະຈໍາຢູ່ປະເທດນີ້. ການຢ້ຽມຢາມບໍ່ໄດ້ແຈ້ງໃຫ້ຮູ້ລ່ວງໜ້າ, ທ່ານຮອງປະທານາທິບໍດີ Mike Pence ໄດ້ໄປຍັງເຂດຖານທີ່ໝັ້ນ Alin al – Asad ຢູ່ພາກຕາເວັນຕົກ ອີຣັກ.

        ການຢ້ຽມຢາມດັ່ງກ່າວ ຖືກດໍາເນີນພາຍຫຼັງທ່ານປະທານາທິບໍດີ ອາເມລິກາ Donald Trump ໄປຍັງເຂດຖານທີ່ໝັ້ນດັ່ງກ່າວໂດຍບັງເອີນເປັນເວລາ ເກືອບ 1 ປີ. ເຖິງຢ່າງໃດກໍຕາມ, ໃນໄລຍະຢູ່ຢ້ຽມຢາມ ອີຣັກ, ທ່ານຮອງປະທານາທິບໍດີ Mike Pence ຈະບໍ່ມີການພົບປະສອງຝ່າຍກັບການນໍາ ອີຣັກ.


ຕອບກັບ

ຂ່າວ/ບົດ​ອື່ນ