ທ່ານຮອງລັດຖະມົນຕີການຕ່າງປະເທດເປຣູຕີລາຄາສູງແງ່ຫວັງການຮ່ວມມືກັບຫວຽດນາມ

(VOVWORLD) -ເນື່ອງໃນໂອກາດກອງປະຊຸມຂັ້ນສຸງເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟີກ (APEC) ຈະດຳເນີນຢູ່ນະຄອນ ດາຫນັງ ຂອງຫວຽດນາມໃນໄລຍະຈະມາເຖິງ, ນັກຂ່າວຂ່າວສານຫວຽດນາມ ປະຈຳ ອາເມລິກາໃຕ້ ໄດ້ມີການສຳພາດ ທ່ານ Nestor Popolizio ຮອງລັດຖະມົນຕີການຕ່າງປະເທດ ເປຣູ ກ່ຽວກັບເຫດການສຳຄັນນີ້ ແລະ ກ່ຽວກັບການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບ ເປຣູ. 

ທ່ານຮອງລັດຖະມົນຕີການຕ່າງປະເທດ ເປຣູ ໄດ້ໃຫ້ຂໍ້ສັງເກດວ່າ: ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງມາຮອດປະຈຸບັນ, APEC ໄດ້ກາຍເປັນເວທີປາໄສສະດວກເພື່ອຊຸກຍູ້ການເຕີບໂຕເສດຖະກິດຢູ່ພາກພື້ນ ອາຊີ ປາຊີຟີກ. ເລື່ອງເພີ່ມທະວີຫັນດ້ານການຄ້າ ການລົງທຶນເປັນເສລີ - ບັນດາເສົາຄ້ຳຂອງ APEC ໄດ້ປະກອບສ່ວນຫລາຍສົມຄວນເຂົ້າໃນການປັບປຸງບັນດາດັດຊະນີເສດຖະກິດ, ສັງຄົມຂອງພື້ນຖານເສດຖະກິດ. ທ່ານຮອງລັດຖະມົນຕີການຕ່າງປະເທດ ເປຣູ ປາດຖະຫນາວ່າ APEC 2017 ຈະສືບຕໍ່ເຮັດວຽກເພື່ອບັນລຸເປົ້າໝາຍ Bogor ໃນປີ 2020. ຄຽງຄູ່ກັນນັ້ນ ບົນພື້ນຖານເຄົາລົບຖະແຫລງການ Lima ກ່ຽວກັບ FTAAP ປີ 2016, ເປຣູ ຫວັງວ່າ ການນຳບັນດາພື້ນຖານເສດຖະກິດ ສະມາຊິກ APEC ທີ່ກອງປະຊຸມຂັ້ນສູງຈະມາເຖິງ ອາດຈະຮັບຮອງເອົາແຜນການດຳເນີນງານຂອງຖະແຫລງການ Lima ກ່ຽວກັບ FTAA, ເປີດຊ່ອງທາງໃຫ້ການປະຕິບັດແນວຄວາມຄິດສ້າງຕັ້ງເຂດການຄ້າເສລີ ອາຊີ ປາຊີຟີກ ໃນອະນາຄົດໃກ້ໆນີ້. ເມື່ອຕີລາຄາກ່ຽວກັບການພົວພັນກໍ່ຄືແງ່ຫວັງການຮ່ວມມືລະຫວ່າງ ເປຣູ ແລະ ຫວຽດນາມ, ທ່ານຮອງລັດຖະມົນຕີ Nestor Popolizio ເນັ້ນຫນັກວ່າ: ສອງປະເທດ ໄດ້ມີບັນດາບາດກ້າວເດີນກະໂດດຂັ້ນໃນປີກາຍນີ້. ເລື່ອງຫວຽດນາມ ຈັດຕັ້ງກອງປະຊຸມສຸດຍອດ APEC 2017 ພາຍຫລັງເປຣູ ອະນຸຍາດ ໂດຍມີການສົມທົບຢ່າງແຫນ້ນແຟ້ນລະຫວ່າງຫລາຍຄະນະ, ຂະແຫນງການຂອງສອງລັດຖະບານກໍຄືຊຸກຍູ້ວິທີສຳຜັດ ແລະ ກຳນົດສາຍພົວພັນລວມໃນບັນດາຂົງເຂດຄື:ອາຊີບປະມົງ ແລະ ການຕໍ່ສູ້ປ້ອງກັນຕ້ານອາດຊະຍາກຳ ຢາເສບຕິດ.

ຕອບກັບ

ຂ່າວ/ບົດ​ອື່ນ