ທ່ານ​ເຈິ່ນ​ແທັງ​ເໝີນ, ຫງວຽນ​ຄັກ​ດິ້ງ, ຫງວຽນ​ດຶກ​ຫ໋າຍ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ຮອງ​ປະ​ທານ​ສະ​ພາ​ແຫ​່ງ​ຊາດ

(VOVWORLD) - ພາຍຫຼັງປຶກສາຫາລືຢູ່ ຄະນະ, ຮັບຮອງເອົາບັນຊີລາຍຊື່, ບັນດາສະມາຊິກໄດ້ປ່ອນບັດລັບເລືອກຕັ້ງ ຮອງປະທານສະພາແຫ່ງຊາດ.
ທ່ານ​ເຈິ່ນ​ແທັງ​ເໝີນ, ຫງວຽນ​ຄັກ​ດິ້ງ, ຫງວຽນ​ດຶກ​ຫ໋າຍ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ຮອງ​ປະ​ທານ​ສະ​ພາ​ແຫ​່ງ​ຊາດ - ảnh 1ທ່ານເຈິ່ນແທັງເໝີນ, ຫງວຽນຄັກດິ້ງ, ຫງວຽນດຶກຫ໋າຍ ໄດ້ຮັບການເລືອກຕັ້ງເປັນຮອງປະທານສະພາແຫ່ງຊາດ (ພາບ: Quochoi.vn)

        ໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 1 ເມສາ, ສະພາແຫ່ງຊາດສືບຕໍ່ປະຕິບັດການເລືອກຕັ້ງບຸກຄະລາກອນຮອງປະທານສະພາແຫ່ງຊາດ ແທນທ່ານນາງຕ່ອງທິຟ້ອງ, ທ່ານອວງຈູລິວ ແລະ ທ່ານ ຟຸ່ງກ໊ວກຫ໋ຽນ, ຊຶ່ງແມ່ນຜູ້ໄດ້ສະພາແຫ່ງຊາດໄດ້ປະຕິບັດຂັ້ນຕອນພົ້ນອອກຈາກຕຳແໜ່ງ. ພາຍຫຼັງປຶກສາຫາລືຢູ່ ຄະນະ, ຮັບຮອງເອົາບັນຊີລາຍຊື່, ບັນດາສະມາຊິກໄດ້ປ່ອນບັດລັບເລືອກຕັ້ງ ຮອງປະທານສະພາແຫ່ງຊາດ.

        ໝາກຜົນຂອງການນັບບັດໄດ້ປະກາດໃຫ້ເຫັນວ່າ ທ່ານ ເຈິ່ນແທັງເໝີນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ທ່ານ ຫງວຽນຄັກດິ້ງ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ ແຂວງແຄ໊ງຮ່ວາ, ທ່ານ ຫງວຽນດຶກຫ໋າຍ, ກຳມະການສູນກາງພັກ, ຫົວໜ້າກຳມາທິການການເງິນ - ງົບປະມານແຫ່ງສະພາແຫ່ງຊາດ ໄດ້ຮັບຄວາມເລືອກຕັ້ງດຳລົງຕຳແໜ່ງເປັນຮອງປະທານສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ