ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຢ້ຽມຢາມ ນະຄອນ ໂຮ່ຈີມິນ
ທ່ານເລຂາທິການໃຫຍ່,ປະທາປະເທດລາວ ຢ້ຽມຢາມ ນະຄອນໂຮ່ຈີມິນ
(ພາບ: vietnamplus)
(vovworld) - ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕອນຄຳ່ວັນທີ 27/12, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ສປປ ລາວ ຈູມມາລີ ໄຊຍະສອນ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງພັກ, ລັດ ລາວໄປຢ້ຽມຢາມນະຄອນ ໂຮ່ຈີມິນ. ໃນການຕ້ອນຮັບຄະນະທີ່ທຳນຽບເອກະລາດ, ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ເລແທງຫາຍ ໃຫ້ຮູ້ວ່າ: ນະຄອນ ໂຮ່ຈີມິນ ພວມຕັ້ງໜ້າສົມທົບກັບບັນດາທ້ອງຖິ່ນຂອງລາວ ຈັດຕັ້ງການເຄື່ອນໄຫວຕ່າງໆທີ່ຟົດຟື້ນປະກອບສ່ວນເພີ່ມພູມຄູນສ້າງນຳ້ໃຈສາມັກຄີມິດຕະພາບແບບພິເສດລະຫວ່າງ 2 ປະເທດໃນ ປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ - ລາວ 2012. ທ່ານ ເລແທງຫາຍ ຊີ້ແຈງວ່າ:
“ການນຳນະຄອນໂຮ່ຈີມິນ ຂອບອົກຂອບໃຈສະຫາຍເລຂາທິການໃຫຍ່ - ປະທານປະເທດ ກໍຄືບັນດາສະຫາຍການນຳຂັ້ນສູງຂອງລາວ ທີ່ໄດ້ເອົາໃຈໃສ່ໜູນຊ່ວຍ, ຊ່ວຍເຫຼືອການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ກັບທ້ອງຖິ່ນຕ່າງໆຂອງລາວ. ປະຈຸບັນ, ພວກເຮົາພວມເປີດກ້ວາງການຮ່ວມມືນັ້ນ, ບໍ່ພຽງແຕ່ກັບນະຄອນຫຼວງວຽງຈັນ, ແຂວງຈຳປະສັກ ເທົ່ານັ້ນ ຫາກຍັງຮ່ວມມືກັບບັນດາແຂວງພາກໃຕ້ລາວອີກດ້ວຍ. ນະຄອນ ໂຮ່ຈີມິນ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບແບບພິເສດລະຫວ່າງ 2 ຝ່າຍ”
ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈູມມາລີ ໄຊຍະສອນ ຢືນຢັນວ່າ: ການຢ້ຽມຢາມຫວຽດນາມ ຄັ້ງນີ ແມ່ນຂີດໝາຍ, ເປັນກຳລັງໜູນໃໝ່ ຊຸກຍູ້ການສືບຕໍ່ປັບປຸງ, ເພີ່ມພູມຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ ໃຫ້ພັດທະນາກ້າວຂຶ້ນສູ່ລະດັບສູງໃຫມ່. ໃນນັ້ນ, ນະຄອນ ໂຮ່ຈີມິນ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການສະໜັບສະໜູນ, ຮ່ວມມືຊ່ວຍເຫຼືອທ້ອງຖິ່ນຕ່າງໆຂອງລາວ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ./.