ທ່ານເລຂາທິການໃຫຍ່, ປະທານປະເທດຫງວຽນຝູຈ້ອງ ຕ້ອນຮັບປະທານສະພາແຫ່ງຊາດສ.ເກົາຫຼີ Park Byeong Seung

(VOVWORLD) -ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຢືນຢັນວ່າ, ຫວຽດນາມ ສືບຕໍ່ຍືດໝັ້ນເສັ້ນທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ

ທ່ານເລຂາທິການໃຫຍ່, ປະທານປະເທດຫງວຽນຝູຈ້ອງ ຕ້ອນຮັບປະທານສະພາແຫ່ງຊາດສ.ເກົາຫຼີ Park Byeong Seung - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດຫງວຽນຝູຈ້ອງ ຕ້ອນຮັບປະທານສະພາແຫ່ງຊາດສ.ເກົາຫຼີ Park Byeong Seung

(ພາບ: TTXVN)

ຕອນບ່າຍວັນທີ 02 ພະຈິກ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong Seung ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຢ່າງເປັນທາງການ. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຢືນຢັນວ່າ, ຫວຽດນາມ ສືບຕໍ່ຍືດໝັ້ນເສັ້ນທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມືໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ໂດຍສະເພາະແມ່ນບັນດາປະເທດຖານບ້ານໃກ້ເຮືອນຄຽງ, ພາກພື້ນ… ໃນນັ້ນມີສ.ເກົາຫຼີ.

        ສ່ວນທ່ານປະທານສະພາແຫ່ງຊາດສ.ເກົາຫຼີ Park Byeong Seung ຢືນຢັນວ່າ ຈະສືບຕໍ່ສົມທົບກັບຫວຽດນາມ ຢ່າງແໜ້ນແຟ້ນ ຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ລະຫວ່າງລັດຖະສະພາສາກົນ ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມວັດທະນາຖາວອນຂອງພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ