ທ່ານ​​ເລຂາທິການ​ໃຫຍ່ ສປຊ ຮຽກຮ້ອງ​ກາ​ນຮ່ວມ​ມື​ສາກົນ​​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ

(VOVWORLD) - ກ່າວຄໍາເຫັນທີ່ກອງປະຊຸມສາກົນທາງອອນລາຍ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດວັນທີ 28 ເມສາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຮຽກຮ້ອງການນໍາບັນດາປະເທດຮ່ວມມືໃນການຮັບມືກັບບັນດາໄພນາບຂູ່ທົ່ວໂລກ ເຊິ່ງລວມມີບັນຫາການປ່ຽນແປງຂອງດິນຟ້າອາກາດ.
ທ່ານ​​ເລຂາທິການ​ໃຫຍ່ ສປຊ ຮຽກຮ້ອງ​ກາ​ນຮ່ວມ​ມື​ສາກົນ​​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ - ảnh 1 ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: TTXVN)

          ທ່ານ Antonio Guterres ຖືວ່າບັນດາປະເທດຕ້ອງໃຫ້ຄໍາໝັ້ນສັນຍາຢຸດຕິການປ່ອຍອາຍພິດ dioxide carbon ເຊິ່ງເປັນອາຍພິດຊະນິດຕົ້ນຕໍທີ່ສົ່ງຜົນກະທົບເຮືອນແກ້ວ, ປ່ອຍຫຼືບອາກາດຫຸ້ມໜ່ວຍໂລກ ໃນປີ 2050. ທ່ານ Guterres ກໍສະເໜີແຜນການ ເຊິ່ງລວມມີ 6 ຂໍ້ ເພື່ອແນໃສ່ຮັບປະກັນວ່າລັດຖະບານບັນດາປະເທດຈະສຸມໃສ່ນັບທັງບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະ ມານະພະຍາຍາມຟື້ນຟູຈາກໂລກລະບາດ. ແຜນການດັ່ງກ່າວກໍຮຽກຮ້ອງໃຫ້ຢຸດຕິການສະໜອງເຊື້ອເພີງຟອດຊິວ (fossil) ແລະ ປັບໄໝບັນດາອົງການ ແລະສ່ວນບຸກຄົນທີ່ກໍ່ມົນລະພິດຕໍ່ສິ່ງແວດລ້ອມ.

ທ່ານເລຂາທິການໃຫຍ່ສປຊກໍຮຽກຮ້ອງໃຫ້ສະຫະພາບເອີີຣົບສະແດງບົດບາດນໍາພາທົ່ວໂລກຂອງຕົນສໍາລັບການນໍາສະເໜີແຜນການຫຼຸດຜ່ອນອາຍພິດ ເຊິ່ງຈະອັບເດດໃນທ້າຍປີນີ້ດ້ວຍເປົ້າໝາຍກາຍເປັນທະວີບຈາວກັນທໍາອິດກ່ຽວກັບອາຍພິດໃນປີ 2050.

ຟ້າມຮວັນ - ນັກຂ່າວ VOV ປະຈໍາອາເມລິກາ

 

ຕອບກັບ

ຂ່າວ/ບົດ​ອື່ນ