ທ່ານເລຂາທິການໃຫຍ່ ສປຊ ຮຽກຮ້ອງຊີຮີ ປະຕິບັດແຜນການ ສັນຕິພາບໂດຍໄວ.

ທ່ານເລຂາທິການໃຫຍ່ ສປຊ ຮຽກຮ້ອງຊີຮີ ປະຕິບັດແຜນການ ສັນຕິພາບໂດຍໄວ. - ảnh 1
ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki moon
( ພາບ: btv.org.vn )

(vovworld) - ວັນ​ທີ 28/3, ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki moon ​ໄດ້​ຮຽກຮ້ອງ​ໃຫ້​ປະທານາທິບໍດີ​ຊີ​ຮີ Bashar Al Assad ປະຕິບັດ​ແຜນການ​ສັນຕິພາບລວມມີ 6 ຂໍ້ ​ໂດຍ​ທູດ​ພິ​ເສດ​ຮ່ວມ​ຂອງ ສປຊ ​ແລະ​ສະຫະພັນ​ອາ​ຮັບ (AL) ທ່ານ Kofi Annan ສະ​ເໜີ​ໂດຍ​ໄວ. ​ໃນ​ຂະນະ​ນັ້ນ, ວໍ​ຊິງ​ຕັນ ສືບ​ຕໍ່​ກໍ່​ຄວາມດັນ​ກັບ Damascus. ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໄດ້​ກ່າວ​ຫາ​ວ່າ, ທ່ານ​ປະທານາທິບໍດີ Assad ​​ບໍ່​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ເຄົາລົບ​ແຜນການ​ສັນຕິພາບ​ຂອງ ສປຊ ​ແລະ AL ຍ້ອນ​ບໍ່​ມີ​ບາດ​ກ້າວ​ອັນ​ຈຳ​ເປັນ​ເພື່ອ​ປະຕິບັດ​ແຜນການ​ສັນຕິພາບ. ມີ​ສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາ ກຸ່ມ​ໜຶ່ງ​ຫາ​ກໍ່​ຍື່ນ​ສະ​ເໜີ​ຕໍ່ສະພາ​ສູງອາ​ເມ​ລິ​ກາ​ ຮ່າງ​ມະຕິ​ກ່າວ​ປະນາມ​ອຳນາດ​ການ​ປົກ​ຄອງ​ຂອງ​ປະທານາທິບໍດີຊີ​ຮີ ​ແລະ​ຮຽກຮ້ອງ​ປະກອບ​ອາວຸດ​ໃຫ້​ແກ່​ຝ່າຍ​ຄ້ານ​ຢູ່​ປະ​ເທດ​ນີ້. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທຳນຽບຂາວ​ພັດ​ຢັ້ງຢືນ​ວ່າ, ປະຈຸ​ບັນ​ຢູ່​ວໍ​ຊິງ​ຕັນ​ຍັງ​ບໍ່​ທັນ​ມີ​ແຜນການ​ໜູນ​ຊ່ວຍ​ກຳລັງ​ອາວຸດ​ໃຫ້​ກຳລັງ​ຝ່າຍ​ຄ້ານ​ຢູ່ຊີ​ຮີ ​ເທື່ອ.
ຂ່າວ/ບົດ​ອື່ນ