ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້​ອງ ຖະ​ຫ​ວາຍ​ທູບ​ທຽນ ອາ​ໄລ​ຫາ​ບັນ​ດາເຈົ້າ​ຊີ​ວິດ, ວິ​ລະ​ບຸ​ລຸດຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ ຢູ່ ​ພະ​ລາດ​ຊະ​ວັງ​ທັງ​ລອງ

(VOVWORLD) - ຕອນເຊົ້າວັນທີ 04 ກຸມພາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຖະຫວາຍທູບທຽນ ອາໄລຫາບັນດາເຈົ້າຊີວິດ, ວິລະບຸລຸດຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດຢູ່ເຂດປູຊະນີຍະສະຖານປະຫວັດສາດພະລາດຊະວັງທັງລອງ (ນະຄອນຫຼວງ ຮ່າໂນ້ຍ).
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້​ອງ ຖະ​ຫ​ວາຍ​ທູບ​ທຽນ ອາ​ໄລ​ຫາ​ບັນ​ດາເຈົ້າ​ຊີ​ວິດ, ວິ​ລະ​ບຸ​ລຸດຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ ຢູ່ ​ພະ​ລາດ​ຊະ​ວັງ​ທັງ​ລອງ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພ້ອມດ້ວຍຄະນະຖະຫວາຍທູບທຽນ ອາໄລຫາບັນດາເຈົ້າຊີວິດ, ວິລະບຸລຸດຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ຢູ່ ພະລາດຊະວັງທັງລອງ (ພາບ: VOV)

   ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໝັ້ນໝາຍຈະຕັດສິນໃຈເສີມຂະຫຍາຍມູນເຊື້ອອະລິຍະທຳ, ອົງອາດກ້າຫານຂອງແທັງລອງ - ຮ່າໂນ້ຍ ແລະ ບັນດາຄຸນຄ່າທີ່ສູງສົ່ງຂອງຊາດ; ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ; ສ້າງນະຄອນຫຼວງໃຫ້ນັບມື້ນັບສວຍງາມຮັ່ງມີ, ທັນສະໄໝ, ສີວິໄລ, ສຸມທຸກແຫຼ່ງກຳລັງເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳ, ສີວິໄລ.

        ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍອວຍພອນປີໃໝ່ພະນັກງານ, ກຳມະກອນສູນອະນຸລັກຮັກສາມໍລະດົກ ແທັງລອງ - ຮ່າໂນ້ຍ.


ຕອບກັບ

ຂ່າວ/ບົດ​ອື່ນ