ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ເຊີດຊູກຳລັງແຮງວົງຄະນະຍາດ, ເພີ່ມທະວີການລັງແຮງຂອງກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນທັນຊາດໃນໄລຍະໃໝ່

(VOVWORLD) -ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ, ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ດ້ວຍຈຸດປະສົງສ້າງ, ປັບປຸງ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ເຊີດຊູກຳລັງແຮງວົງຄະນະຍາດ, ເພີ່ມທະວີການລັງແຮງຂອງກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນທັນຊາດໃນໄລຍະໃໝ່ - ảnh 1(ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ)

ຕອນເຊົ້າວັນທີ 14 ພະຈິກ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ເມືອງ ຮ່ວາຍດຶກ.

ເມື່ອໂອ້ລົມກັບພໍ່ແມ່ປະຊາຊົນເຂົ້າຮ່ວມວັນບຸນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ, ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ດ້ວຍຈຸດປະສົງສ້າງ, ປັບປຸງ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ເພີ່ມທະວີການກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ຍົກສູງບົດບາດຂອງແນວໂຮມປະເທດຊາດ ຫວຽດນາມ ໃນໄລຍະປ່ຽນແປງໃໝ່.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ອຳນາດການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ, ສີສັນອັນດີງາມທີ່ເປັນມູນເຊື້ອ ແລະ ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຕັດສິນໃຈສູ້ຊົນສ້າງບ້ານ 5, ຕາແສງ ອຽນເສີ ກໍ່ຄືທຸກເຂດຊຸມຊົມໃນທົ່ວນະຄອນ ຮ່າໂນ້ຍ ໃຫ້ນັບມື້ນັບຮັ່ງມີ, ສວຍງາມ, ສີວິໄລ ແລະ ທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ