(vovworld) - ຕອນບ່າຍວັນທີ 11/01, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸ໋ຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກປະຊາຊົນປະຕິວັດລາວ ໂດຍທ່ານ ເຈືອງສົມບຸນຂັນ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ, ປະທານສະພາວິທະຍາສາດສັງຄົມແຫ່ງຊາດລາວ ເປັນຫົວໜ້າຄະນະ ມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີຄັ້ງທຳອິດ ລະຫວ່າງສອງພັກ ດ້ວຍຫົວຂໍ້ວ່າ “ບາງບັນຫາທິດສະດີ - ພຶດຕິກຳຕົວຈິງຕົ້ນຕໍ່ໃນກິດຈະການຍູ້ແຮງວິວັດການປ່ຽນໃໝ່ຢູ່ຫວຽດນາມ ແລະ ລາວ”. ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ຫວັງວ່າ ໃນໄລຍະຈະມາເຖິງ ສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ແລະ ສະພາວິທະຍາສາດສັງຄົມແຫ່ງຊາດລາວ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວ, ບັນດາຫົວເລື່ອງສະເພາະ ແລະ ຫົວເລື່ອງຄົ້ນຄວ້າເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ກະກຽມໃຫ້ແກ່ບັນດາກອງປະຊຸມສຳມະນາທິດສະດີ ໃນຕໍ່ນ້າເປັນຢ່າງດີ.
ທ່ານ ເຈືອງສົມບຸນຂັນ ເນັ້ນໜັກວ່າ ເລື່ອງສະພາທິດສະດີຂອງ 2 ພັກ ຫາກໍລົງນາມໃນຂໍ້ຕົກລົງຮ່ວມມືຈະສ້າງພື້ນຖານເພື່ອໃຫ້ 2 ພັກ ຍູ້ແຮງການຮ່ວມມືໃນບັນດາຂົງເຂດຄົ້ນຄວ້າທິດສະດີ; ພ້ອມທັງຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນລາວ ຕັດສິນໃຈຮັກສາ, ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ.