ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ, ເຮັດວຽກ ຢູ່ແຂວງເຊີນລາ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ, ເຮັດວຽກ ຢູ່ແຂວງເຊີນລາ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ພົບປະກັບ
ພະນັກງານ, ປະຊາຊົນຕາແສງ ຈ່ຽງບານ, ເມືອງ ມາຍເຊີນ
(ພາບ: VOV)


(vovworld) – ​ໂດຍ​ສືບ​ຕໍ່​ການ​ປະຕິບັດ​ງານ​ຢູ່​ແຂວງ ​ເຊີນ​ລາ, ​ເພື່​ອ​ແນ​ໃສ່​ກວດກາ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ​ຕາມ​ຈິດ​ໃຈ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ, ໝາກຜົນ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 (ຊຸດ​ທີ 11) ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ, ຕອນ​ເຊົ້າ​ວັນ​ທີ 9/1, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ເຮັດ​ວຽກ​ກັບ​ພະນັກງານ​ຫຼັກ​​ແຫຼ່ງຂອງ​ແຂວງ.

    ທີ່​ການ​ເຮັດ​ວຽກ, ທ່ານ​ເລຂາທິການໃຫຍ່ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງ​ແຂວງ ​ເຊີນ​ລາ​ແມ່ນ​ສະຖານ​ທີ່​ສຳຄັນ​ທີ່​ສຸດ, ​ເຊິ່ງ​ແມ່ນ​ແຂວງ​ພູດອຍມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ, ກໍ່​ຄື​ປະສົບຄວາມ​ຫຍຸ້ງຍາກ​ບົນ​ເສັ້ນທາງ​ພັດທະນາ. ​ເພື່ອ​ປະຕິບັດ​ສຳ​ເລັດ​ຈຸດໝາຍ​ກາຍ​ເປັນ​ແຂວງທີ່​ດີ​ຢູ່​ເຂດ​ຕາ​ເວັນ​ຕົກ​ສ່ຽງເໜືອ, ​ໃນ 2 ປີ​ຈະ​ມາ​ເຖິງ, ​ແຂວງ​ຄວນ​ກຳນົດ​ໜ້າ​ທີ່​ຈຸດ​ສຸມ​ເພື່ອ​ສຸ​ມ​ໃສ່​ຊີ້​ນຳ ນຳພາ​ປະຕິບັດ, ​ແນ​ໃສ່​ປະຕິບັດ​ສຳ​ເລັດ​ຈຸດໝາຍ​ເສດຖະກິດ, ສັງຄົມ​ຂອງ​ທ້ອງ​ຖີ່​ນຢ່າງ​ມີ​ໄຊ. ກ່ອນ​ອື່ນ​ໝົດ, ​ແຂວງ ​ເຊີນ​ລາ ຄວນ​ກວດກາ, ​ເພີ່ມ​ເຕີມ​ແຜນ​ກຳນົດ, ປະຕິບັດ​ຕາມ​ແຜນ​ກຳ​ນົດສັງ​ລວມ​ທີ່​ໄດ້​ອະນຸມັດ​ແລ້ວ, ​ເສີມ​ຂະຫຍາຍ​​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ແຂວງ, ຫັນ​ປ່ຽນ​ໂຄງ​ປະກອບ​ເສດຖະກິດ​ຢ່າງ​ແຮງ, ສຸມ​ໃສ່​ຫລຸດຜ່ອນ​ຄວາມທຸກ​ຍາກ​​ແບບ​ຍືນ​ຍົງ, ພິ​ເສດ​ແມ່ນ​ຢູ່​ເຂດ​ຊົນ​​ເຜົ່າ​ສ່ວນ​ໜ້ອຍ, ​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ພູ​ສູງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.​.​.​ ຄຽງ​ຄູ່​ກັນ​ນັ້ນ, ​ແຂວງ​ຄວນ​ສຸມ​ໃສ່​ປະຕິບັດ​ບັນຫາ​ນະ​ໂຍບາຍ​ຊົນ​ເຜົ່າ, ສາສະໜາ, ປະຕິບັດ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ເປັນ​ຢ່າງ​ດີ, ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ​ກັບປະ​ເທດ​ລາວ.

 

 

ຂ່າວ/ບົດ​ອື່ນ