ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຂົ້າຮ່ວມບຸນເຕັດປູກຕົ້ນໄມ້

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຂົ້າຮ່ວມບຸນເຕັດປູກຕົ້ນໄມ້ - ảnh 1
(ທ່ານ​ເລຂາທິການ​ໃຫຍ່  ຫງວຽນ​ຟູ໋ຈ້ອງ ​​ໄດ້​ປຸກລະດົມ​
“​ບຸນ​ເຕັດ​ປູກ​ຕົ້ນ​ໄມ້ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ປະທານ​ ​ໂຮ່ຈີ​ມິນ“)

(vovworld) - ຕອນ​ເຊົ້າ​ວັນ​ທີ 22/2 (ວັນ​ທີ 4 ຂອງ​ບຸນ​ເຕັດ ປີ​ມະ​ແມ), ຢູ່​ເຂດ​​ເຕັກ​ໂນ​ໂລ​ຢີສູງ ຮ່ວາ​ລາກ, ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​​ໄດ້​ປຸກລະດົມ​ “​ບຸນ​ເຕັດ​ປູກ​ຕົ້ນ​ໄມ້ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ປະທານ​ ​ໂຮ່ຈີ​ມິນ“. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງວ່າ: ​ໃນ​ວ​ິວ​ັດ​ແຫ່ງການ​ປະຕິວ​ັດ, ຍາມ​ໃດພັກ​ກອມ​ມູນ​ນິດ​ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ​ການ​ພັດທະນາ​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ, ຖື​ວ່າ​ນີ້​ແມ່ນ​ລັດຖະນະ​ໂຍບາຍ​ອັນ​ດັບ​ໜຶ່ງ; ​ແມ່ນ​ປັດ​ໃຈ​ຕັດສິນ​ພູມ​ປັນຍາ ​ແລະ ກຳລັງ​ແຮງ​ຂອງ​ຊາດ; ​ແມ່ນ​ໜຶ່ງ​ໃນ​ບັນດາ​ກຳລັງ​ໜູນ​ ​ເພື່ອ​ພັດທະນາ​ເສດຖະກິດ​ສັງຄົມ; ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ​ຊາດ. ​ໃນ​ຕົວ​ຈິງ, ພັກ ​ແລະ ລັດ​ໄດ້​ເຮັດ​ວຽກ​ງານ​ຫຼາຍ​ຢ່າງ​ໃນ​ນັ້ນ​ມີ​ເລື່ອງ​ຜັນ​ຂະຫຍາຍ ​ການ​ກໍ່ສ້າງ​ບັນດາ​ເຂດ​ເຕັກ​ໂນ​ໂລ​ຢີສູງ, ​ໃນ​ນັ້ນ​ມີ​ເຂດ​ເຕັກ​ໂນ​ໂລ​ຢີສູງຮ່ວາ​ລາກ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຫວັງ​ວ່າ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ, ນະຄອນ​ຮ່າ​ໂນ້ຍ, ຄະນະ​ຄຸ້ມ​ຄອງ ​ແລະ ຫົວໜ່ວຍ​ຕ່າງໆຢູ່ ເຂດ​ເຕັກ​ໂນ​ໂລ​ຢີສູງຮ່ວາ​ລາກ ຕ້ອງ​ເຮັດ​ວຽກ​ງານ​ປູກ​ຕົ້ນ​ໄມ້, ບຳລຸງ​ສ້າງ​ໃຫ້​ດີ​ຄື​ດັ່ງ​ຄຳ​ສັ່ງສອນ​ຂອງ​ປະທານ​ ໂຮ່ຈີ​ມິນ ​ທີ່​ວ່າ: “​ເພື່ອ​ຜົນ​ປະ​ໂຫຍ​ດສິບ​ປີ​ແມ່ນ​ຕ້ອງ​ປູກ​ຕົ້ນ​ໄມ້. ​ເພື່ອ​ຜົນ​ປະ​ໂຫຍ​ດຮ້ອຍ​ປີ​ແມ່ນ​ຕ້ອງ​ສຶກສາ​ຄົນ“, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ວິທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຢີສູງ​ຢູ່​ຮ່ວາ​ລາກ.

ຂ້າພະ​ເຈົ້າ​ຊົມ​ເຊີຍ​ບັນດາ​ສະຫາຍ​ທີ່​ໄດ້​ມີ​ຂໍ້​ລິ​ເລີ່​ມຈັດ​ຕັ້ງ​ບຸນ​ເຕັດ​ປູກ​ຕົ້ນ​ໄມ້​ຢູ່​ເຂດ​ເຕັກ​ໂນ​ໂລ​ຢີສູງ​ຮ່ວາ​ລາກ. ນີ້​ແມ່ນ​ວຽກ​ງານ​ທີ່​ມີ​ຄວາມ​ໝາຍ. ເຂດ​ເຕັກ​ໂນ​ໂລ​ຢີສູງ​ຮ່ວາ​ລາກ ​ແມ່ນ​ເຂດກ້າ​ເບ້ຍ​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີສູງ. ພວກ​ເຮົາ​ປູກ​ຕົ້ນ​ໄມ້, ສຶກສາຄົນ ​ແລະ ຊຸກຍູ້​ການ​ປູກວິທະຍາສາດ ​ເຕັກ​ໂນ​ໂລ​ຢີສູງ​ຢູ່​ຮ່ວາ​ລາກ​ ຂອງ​ພວກ​ເຮົາ​ໃຫ້​ບັນລຸ​ໝາກຜົນ​ອັນ​ດີງາມ “.

ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ກໍ່​ໄດ້​ໄປ​ຢ້ຽມຢາມ​ບໍລິສັດ​ຊອບ​ແວ FPT ຮ່ວາ​ລາກ ​ແລະ​ມະຫາວິທະຍາ​ໄລ FPT.

ຂ່າວ/ບົດ​ອື່ນ