ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ເລີ່ມຕົ້ນຢ້ຽມຢາອີຕາລີ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ເລີ່ມຕົ້ນຢ້ຽມຢາອີຕາລີ ຢ່າງເປັນທາງການ - ảnh 1
(ທ່ານ​​ເລຂາທິການ​ໃຫຍ່
ຫງວຽນ​ຟຸ໋ຈ້ອງ​ສິ້ນ​ສຸດ​ການ​ຢ້ຽມຢາມ​ແບນ​ຊິກ ​ແລະ EU)
(vovworld) -  ​ວັນ​ທີ 20/01, ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ​ສ.ອີ​ຕາ​ລີ Giorgio Napolitano, ທ່ານ​​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ໋ຈ້ອງ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ ​ສ.​ອີ​ຕາ​ລີ. ການ​ຢ້ຽມຢາມ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ​ແມ່ນ​ຂີດ​ໝາຍ​ປະຫວັດສາດ​ອັນ​ສຳຄັນ ​ເພື່ອ​ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ ກົງ​ກັບ​ຈຸດ​ເວລາ​ທີ່​ຫວຽດນາມ - ອີ​ຕາ​ລີ ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ. ບັນດາ​ການ​ເຈລະຈາ, ​ໂອ້​ລົມ​ສົນທະນາ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟຸ໋ຈ້ອງ ກັບ ບັນດາ​ການ​ນຳ​ອີ​ຕາ​ລີ ຈະ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ​ການ​ເມືອງ, ການທູດ, ​ເສດຖະກິດ, ການ​ຄ້າ, ວັດທະນະທຳ... ​ເລິກ​ເຊິ່ງຂຶ້ນຕື່ມ. ສິ່ງ​ດັ່ງກ່າວກໍ​​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ຫວັງ​ຂອງ​ການ​ນຳ ​ແລະ ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ອີ​ຕາ​ລີ.

        ກ່ອນ​ໜ້າ​ນັ້ນ, ​ໃນ​ລະຫວ່າງ​ວັນ​ທີ 17 – 19/01, ​ໃນ​ການ​ຢ້ຽມຢາມ​ແບນ​ຊິກ ​ແລະ ສະຫະພາບ​ເອີ​ລົບ (EU) ຢ່າງ​ເປັນ​ທານ​ການຂອງ​ທ່ານ​ເລຂາທິການ​ໃຫຍ່ຫງວຽນຟຸ໋ຈ້ອງ ​ໄດ້​ສິ້ນ​ສຸດລົງ​ຢ່າງ​ຈົບງາມ. ບັນດາ​ການ​ເຈລະຈາ, ​ໂອ້​ລົມ​ສົນທະນາ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ກັບ​ທ່ານ​ນາ​ຍົກລົດ​ຖະມົນຕີ​ແບນ​ຊິກ Elio Di Pupo, ທ່ານ​ປະທານ​ຄະນະ​ກຳມະການ​ເອີ​ລົບ Jose Manuel Barroso ​ແລະ ທ່ານ​ປະທານສະພາ​ເອີ​ລົບ Herman Van Rompuy ​ໄດ້​ເຫັນ​ດີ​ບັນດາ​ເນື້ອ​ໃນ​ເພື່ອ​ແນ​​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ການຮ່ວມ​ມືຢ່າງ​ດີງາມ ​ແລະ ຮອບດ້ານ​ລະຫວ່າງ​ຫວຽດນາມ - ແບນ​ຊິກ ​ແລະ ລະຫວ່າງ ຫວຽດນາມ - EU. ສິ້ນ​ສຸດ​ການ​ຢ້ຽມຢາມ, ທ່ານ​ເລຂາທິການ​ໃຫຍ່ຫງວຽນຟຸ໋ຈ້ອງ​ໄດ້​ສົ່ງ​ໂທລະ​ເລກ​ສະ​ແດງ​ຄວາມຂອບ​ໃຈ​ທ່ານ​ນາຍົກລັດຖະມົນຕີ​ແບນ​ຊິກ Elio Di Rupo, ທ່ານ​ປະທານ​ຄະນະ​ກຳມະການ​ເອີ​ລົບ Jose Manuel Barroso ​ແລະ ທ່ານ​ປະທານສະພາ​ເອີ​ລົບ Herman Van Rompuy. ​ໃນ​ໂທລະ​ເລກ​ສົ່ງ​ເຖິງ​ທ່ານ​ນາຍົກລັດຖະມົນຕີ​ແບນ​ຊິກ Elio Di Rupo, ທ່ານ​ເລຂາທິການ​ໃຫຍ່​ໄດ້​ຂຽນ​ວ່າ “ການ​ຢ້ຽມຢາມ​ໄດ້​ສ້າງຄວາມ​ຮັກ​​ແພງ ​ແລະ ຄວາມ​ປະ​ທັບ​ໃຈ​ອັງນເລິກ​ເຊິ່ງກ່ຽວ​ກັບປະ​ເທດ​ຊາດ​ ​ແລະ ຊາວ​ລາ​ສະ​ອານາຈັກ​ແບນ​ຊິກ​ໃຫ້​ແກ່ພວກ​ຂ້າພະ​ເຈົ້າ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ຂອງ​ການ​ນຳ 2 ປະ​ເທດຈະ​​ເປັນ​ພື້ນຖານ​ຢ່າງ​ໝັ້ນຄົງ​ເຂັ້ມ​ແຂງ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມືລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ແຮງ, ຮອບດ້ານ ​ແລະ ມີ​ປະສິດ​ທິຜົນ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງປະຊາ​ຊາ​ຊົນ​ແຕ່ລະປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ”. ​ໃນ​ໂທລະ​​ເລກ​ສົ່ງ​ເຖິງ​ທ່ານ​ປະທານ​ຄະນະ​ກຳມະການ​ເອີ​ລົບ Jose Manuel Barroso ​ແລະ ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy ທ່ານ​ເລຂາທິການ​ໃຫຍ່ຫງວຽນຟຸ໋ຈ້ອງ ​​ໄດ້​ສະ​ແດງ​ຄວາມເຊື່ອ​ໝັ້ນ​ວ່າ ການ​ຜັນ​ຂະຫຍາຍ​ສັນ​ຍາ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານ (PCA) ​ແລະ ຍູ້​ແຮງ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (FTA) ​ລະຫວ່າງ​ຫວຽດນາມ ​ແລະ EU ຈະ​​ເປັນ​ການຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ຝ່າຍໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ແຮງ, ຮອບດ້ານ ​ແລະ ມີ​ປະສິດທິ​ຜົນ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນຫວຽດນາມ - EU, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ