ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຮັດວຽກກັບຄະນະພັກແຂວງ ແຄງຮ່ວາ

 ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຮັດວຽກກັບຄະນະພັກແຂວງ ແຄງຮ່ວາ - ảnh 1
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ກ່າວຄຳເຫັນທີ່ການເຮັດວຽກ
ພາບ: TTXVN


(vovworld) - ຕອນ​ເຊົ້າ​ວັນ​ທີ 30/11, ຢູ່​ສຳນັກງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະນະ​ພັກ​ແຂວງ ​ແຄງ​ຮ່ວາ​ ກ່ຽວ​ກັບ​​ແຜນ​ຮ່າງ​ພັດທະນາ​ຂອງ​ແຂວງ​ແຄງ​ຮ່ວາ ຮອດ​ປີ 2020
 ພາຍ​ໃຕ້​ການ​ເປັນ​ປະທານ​ຂອງທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ. ​ເມື່ອ​ລາຍ​ງານ​ກັບ​ກົມການ​ເມືອງ​ກ່ຽວ​ກັບ​ແຜ​ນຮ່າງ​ພັດທະນາ​ແຂວງ ​ແຄງ​ຮ່ວາ​ຮອດ​ປີ 2020, ທ່ານ ຫງວຽນ​ຈຽນ​ທັງ (Nguyễn Chiến Thắng) ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ແຄງ​ຮ່ວາ ​ໃຫ້​ຮູ້​ວ່າ: ຈຸດໝາຍ​ຂອງ​ແຜນ​ຮ່າງ​ແມ່ນ​ສູ້​ຊົນ​ກໍ່ສ້າງ​ແຂວງ​ແຄງ​ຮ່ວາ​ໃຫ້​ກາຍ​ເປັນ​ນະຄອນ​ຂຶ້ນ​ກັບ​ສູນ​ກາງ​ກ່ອນ​ປີ 2020, ​ແມ່ນ​ສູນ​ເສດຖະກິດ ວັດທະນະທຳ ການທ່ອງທ່ຽວ, ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ, ສູນ​ບຳລຸງ​ສ້າງ​ແຫ​ລ່ງຊັບພະຍາກອນ​ມະນຸດ ​ແລະ ​ແມ່ນ​ບໍລິ​ເວນ​ຈຸດ​ສຸ​ມກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ເຂດ​ແຄມ​ທະ​ເລ​ທາງ​ທິດ​ໃຕ້​ພາກ​ກາງ, ​ເຂດ​ໄຕ​ງວຽນ ​ແລະ ຂອງ​ທັງ​ປະ​ເທດ. ສູ້​ຊົນ​ບັນລຸ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ເສດຖະກິດ​ຂອງ​ແຂວງ​ໄລຍະ 2011- 2015 ບັນລຸ​ສະ​ເລ່ຍ​ແຕ່ລະ​ປີ ຈາກ 12- 13%. ພາຍຫລັງ​ໄດ້​ຮັບ​ຟັງຄຳ​ເຫັນ​ຂອງ​ກົ​​ມການ​ເມືອງ ​ແລະ ຜູ້ຕາງຫນ້າ​ບັນດາ​ກະຊວງ, ຂະ​ແຫນງ​ການ​ຢູ່​ສູນ​ກາງ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄດ້​ສະຫລຸບ​ວ່າ: ​ເລື່ອງ​ສ້າງ​ແຜນ​ຮ່າງ​ພັດທະນາ​ແຂວງ​ແຄງ​ຮ່ວາ​ຮອດ​ປີ 2020 ​ແມ່ນ​ຈຳ​ເປັນ​ທີ່​ສຸດ. ກົມ​ການ​ເມືອງ ມອບ​ໃຫ້​ຄະນະ​ກຳມະການ​ພັກ, ລັດຖະບານ​ເປັນ​ເຈົ້າພາບ, ຊີ້​ນຳ​ບັນດາ​ກະຊວງ, ຂະ​ແຫນງ​ການຢູ່​ສູນ​ກາງ ສຳ​ຫລວດ​ກວດຄືນ ພ້ອມ​ທັງ​ປະສານ​ສົມທົບ​ກັບ​ແຂວງ​ແຄງ​ຮວ່າ​ສືບ​ຕໍ່​ຄົ້ນ​ຄ້ວາ, ສ້າງ​ສຳ​ເລັດ​ແຜນ​ຮ່າງ​ເພື່ອ​ຍື່ນ​ສະ​ເຫ​ນີຕໍ່​ກົມ​ການ​ເມືອງ​ພິຈາລະນາ, ​ໃຫ້​ຄຳ​ເຫັນ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ