ທ່ານເລຂາທິການໃຫຍ່,ປະທານປະເທດລາວບຸນຍັງວໍລະຈິດຢ້ຽມຢາມສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ
(ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ
ລົງຢ້ຽມຢາມສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ)
(vovworld) - ຕອນເຊົ້າວັນທີ 26/04, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ພ້ອມກັບຄະນະຜູ້ແທນຂັ້ນສູງພັກ ແລະ ລັດລາວ ໄດ້ລົງຢ້ຽມຢາມສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ. ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ໃຫ້ຮູ້ວ່າ, ພະນັກງານພວມຮັບດຳລົງບັນດາຕຳແໜ່ງສຳຄັນຂອງລາວ ສ່ວນຫຼາຍ ລ້ວນແຕ່ໄດ້ຮັບການຄົ້ນຄວ້າ, ຮ່ຳຮຽນຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ. ບັນດາພະນັກງານເຫລົ່ານັ້ນ ໄດ້ ແລະ ພວມກາຍເປັນພະນັກງານຫຼັກແຫຼ່ງແກ່ນສານຂອງປະເທດລາວ. ເຂົາເຈົ້າລ້ວນແຕ່ແມ່ນຜູ້ມີລະດັບຄວາມຮູ້, ມີິກຳລັງຄວາມສາມາດ, ຕັ້ງໜ້າປະກອບພູມປັນຍາ, ກຳລັງຄວາມສາມາດຂອງຕົນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດລາວ ແລະ ແມ່ນຂົວເຊື່ອມຕໍ່ໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດລະຫວ່າງ ລາວ - ຫວຽດນາມ.
ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ພ້ອມກັບຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດລາວ ໄດ້ໄປວາງພວງມາລາຢູ່ອະນຸສາວະລີອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ເຂົ້າຢ້ຽມສູ້ສານປະທານໂຮ່ຈິມິນ.