ທ່ານເລຂາທິການໃຫຍ່,ປະທານປະເທດລາວບຸນຍັງວໍລະຈິດສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 21 ທັນວາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ແລະ ທ່ານປະທານປະເທດ ເຈີນດ້າຍກວາງ.
ທ່ານເລຂາທິການໃຫຍ່,ປະທານປະເທດລາວບຸນຍັງວໍລະຈິດສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຢ້ຽມຢາມທະຫານເຂດ 4 

ພາຍຫລັງກັບຄືນເມືອຮອດນະຄອນຫລວງ ວຽງຈັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ສົ່ງໂທລະເລກສະແດງຄວາມຂອບໃຈຕໍ່ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານປະທານປະເທດ ເຈີນດ້າຍກວາງ. ໃນໂທລະເລກ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ມີຄວາມເຊື່ອໝັ້ນວ່າ ຈາກໝາກຜົນການຈັດຕັ້ງບັນດາພິທີສະເຫລີມສະຫລອງໃນຂອບເຂດປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ 2017 ກໍ່ຄືການແລກປ່ຽນຄຳເຫັນຢ່າງເລິກເຊິ່ງກວ້າງຂວາງ, ກົງໄປກົງມາລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ຈະປະກອບສ່ວນສຳຄັນເຂົ້າໃນການປັບປຸງສາຍພົວພັນມິດຕະພາບຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ ນັບມື້ນັບພັດທະນາ.

ໃນຂອບເຂດການຢ້ຽມຢາມ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ເຈລະຈາກັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ; ພົບປະກັບທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ພ້ອມກັນປະກາດອັດປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017; ພົບປະກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ; ຢ້ຽມຢາມອະດີດການນຳຫຼັກແຫຼ່ງຂອງພັກ ແລະ ລັດ ຫວຽດນາມ ບາງທ່ານ; ຕ້ອນຮັບສະມາຄົມມິດຕະພາບ ຫວຽດນາມ - ລາວ; ພົບປະກັບຜູ້ຕາງໜ້າອະດີດທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ລາວ; ລຸ້ນໜຸ່ມ ຫວຽດນາມ ແລະ ນັກສຶກສາລາວ ພວມຮ່ຳຮຽນຢູ່ ຫວຽດນາມ; ຢ້ຽມຢາມບາງຮາກຖານເສດຖະກິດ, ວັດທະນະທຳຢູ່ນະຄອນຫຼວງ ຮ່າໂນ້ຍ, ແຂວງ ເງ້ອານ ແລະ ກອງບັນຊາການທະຫານເຂດ 4.

        ເນື່ອງໃນໂອກາດການຢ້ຽມຢາມນີ້, 2 ຝ່າຍໄດ້ອອກຖະແຫຼງການຮ່ວມ ຫວຽດນາມ - ລາວ. ຖະແຫຼງການໄດ້ຊີ້ແຈ້ງວ່າ: 2 ຝ່າຍເຫັນດີເປັນເອກະສັນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງ 2 ພັກ, 2 ລັດຢ່າງມີປະສິດທິຜົນ. 2 ຝ່າຍເຫັນດີເປັນເອກະສັນເພີ່ມທະວີ ແລະ ນຳການພົວພັນການເມືອງເຂົ້າສູ່ລວງເລິກ, ກຳນົດທິດສັງລວມໃຫ້ແກ່ການພົວພັນຮ່ວມມືລະຫວ່າງ 2 ປະເທດ; ສືບຕໍ່ຮັກສາບັນດາການພົບປະ, ເປັນປະຈຳລະຫວ່າງການນຳຂັ້ນສູງ 2 ພັກ, 2 ລັດ ພາຍໃຕ້ຫຼາຍຮູບແບບ; ປັບປຸງ, ສ້າງໃຫ້ສົມບູນແບບ ແລະ ຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມືລະຫວ່າງ 2 ພັກ, 2 ລັດ.

        ສອງຝ່າຍຢັ້ງຢືນຄວາມສຳຄັນ ແລະ ເຫັນດີເປັນເອກະພາບມານະພະຍາຍາມຊຸກຍູ້ຍົກສູງປະສິດທິຜົນການຮ່ວມມືກ່ຽວກັບເສດຖະກິດ, ການລົງທຶນ, ການຄ້າ, ວັດທະນະທຳ, ການສຶກສາ - ບຳລຸງສ້າງ…

        ຫວຽດນາມ ແລະ ລາວ ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຖືນີ້ແມ່ນເສົາຄ້ຳໃນການພົວພັນລະຫວ່າງ 2 ປະເທດເພື່ອແນໃສ່ຮັກສາສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມຢູ່ແຕ່ລະປະເທດ.

        ສອງຝ່າຍສືບຕໍ່ເນັ້ນໜັກຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ຢູ່ທະເລຕາເວັນອອກ; ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982; ພ້ອມກັບບັນດາຝ່າຍກ່ຽວຂ້ອງປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງ ຄົບຖ້ວນ ແລະ ມີປະສິດທິຜົນ ແລະ ບັນລຸກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ, ປະກອບສ່ວນຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.

ທ່ານເລຂາທິການໃຫຍ່,ປະທານປະເທດລາວບຸນຍັງວໍລະຈິດສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມ - ảnh 2 ທ່ານເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ແລະ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

        ກ່ອນໜ້ານັ້ນ, ວັນທີ 21 ທັນວາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ຄະນະຜູ້ແທນຂັ້ນສູງ ຂອງພັກ, ລັດ ລາວ, ໄດ້ໄປຢ້ຽມຢາມພະນັກງານ, ນັກຮົບທະຫານເຂດ 4, ຢູ່ນະຄອນ ວີງ, ແຂວງ ເງ້ອານ. ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ຊີ້ແຈ້ງວ່າ: ໃນສະພາບການໂລກ ແລະ ພາກພື້ນ ຄືໃນປະຈຸບັນ, ລາວ ແລະ ຫວຽດນາມ ຕ້ອງສືບຕໍ່ພັດທະນາ, ຮັກສາການພົວພັນສັດຊື່ບໍລິສຸດ ເພື່ອສືບທອດໃຫ້ລຸ້ນໜຸ່ມ, ຊ່ວຍບັນດານາຍພົນ, ທະຫານກອງທັບ 2 ປະເທດເຂົ້າໃຈເລິກເຊິ່ງກ່ວາ, ຖືກຕ້ອງກ່ວາ ແລະ ພ້ອມກັນຮັກສາການພົວພັນແບບພິເສດ ລາວ - ຫວຽດນາມ.

        ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ລາວ ໄດ້ໄປວາງພວງມາລາ, ຖະຫວາຍທູບທຽນ ອາໄລຫາ ປະທານ ໂຮ່ຈີມິນ ຢູ່ເຂດປູຊະນີຍະສະຖານ ກິມລຽນ, ຕາແສງ ກິມລຽນ, ເມືອງ ນາມດ່ານ, ແຂວງ ເງ້ອານ; ຢ້ຽມຢາມເຮືອນອະນຸສອນຂອງລັດຖະບານ ສປປ ລາວ ມອບໃຫ້ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ເຂດ ປູຊະນີຍະສະຖານ ກິມລຽນ. 

ຕອບກັບ

ຂ່າວ/ບົດ​ອື່ນ