ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຮັບສານຕາຕັ້ງຂອງເອກອັກຄະລັດຖະທູດຕ່າງປະເທດ

(VOVWORLD) -ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ອວຍພອນໃຫ້ບັນດາເອກອັກຄະລັດຖະທູດ ປະຕິບັດສຳເລັດໜ້າທີ່ຂອງຕົນ, ເປັນຂົວເຊື່ອມຕໍ່ຢ່າງມີປະສິດທິຜົນລະຫວ່າງບັນດາປະເທດຂອງເອກອັກຄະລັດຖະທູດກັບຫວຽດນາມ.
ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຮັບສານຕາຕັ້ງຂອງເອກອັກຄະລັດຖະທູດຕ່າງປະເທດ - ảnh 1ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ
ຕ້ອນຮັບເອກອັກຄະລັດຖະທູດ ແອັດສະປາຍ
(ພາບ: TTXVN)

ຕອນເຊົ້າວັນທີ 22 ມັງກອນ, ທີ່ການຕ້ອນຮັບບັນດາເອກອັກຄະລັດຖະທູດ ແອັດສະປາຍ, ອີຣານ ແລະ ຟີລິບປິນ ເຂົ້າຍື່ນສານຕາຕັ້ງ ເນື່ອງໃນໂອກາດມາຮັບໜ້າທີ່ການທູດຢູ່ຫວຽດນາມ, ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ອວຍພອນໃຫ້ບັນດາເອກອັກຄະລັດຖະທູດ ປະຕິບັດສຳເລັດໜ້າທີ່ຂອງຕົນ, ເປັນຂົວເຊື່ອມຕໍ່ຢ່າງມີປະສິດທິຜົນ ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍຂົງເຂດລະຫວ່າງບັນດາປະເທດຂອງເອກອັກຄະລັດຖະທູດກັບຫວຽດນາມ.

        ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນັ້ນໜັກວ່າ, ປີ 2020 ຜ່ານມາແມ່ນປີມີການຜັນແປຫຼາຍຢ່າງທີ່ບໍ່ເຄີຍມີມາກ່ອນໃນຂອບເຂດທົ່ວໂລກ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19 ແລະ ພວມກ້າວເຂົ້າສູ່ເດືອນທຳອິດຂອງປີ 2021 ດ້ວຍຄວາມຫວັງໃໝ່ກ່ຽວກັບສະຖຽນລະພາບ, ຄວາມປອດໄພ ແລະ ການຟື້ນຟູການພັດທະນາ. ຍັງພຽງແຕ່ 2-3 ວັນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ກໍ່ຈະໄຂຂຶ້ນຢ່າງເປັນທາງການ, ເຊິ່ງແມ່ນເຫດການການເມືອງສຳຄັນຍິ່ງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ແລະ ແມ່ນຂີດໝາຍສຳຄັນໃນວິວັດການພັດທະນາຂອງພັກກອມມູນິດຫວຽດນາມ ແລະ ຂອງປະເທດຊາດ. ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຢືນຢັນວ່າ, ເພື່ອບັນລຸໄດ້ບັນດາເປົ້າໝາຍຍຸດທະສາດໃນໄລຍະຈະມາເຖິງ, ຫວຽດນາມ ຕ້ອງການຄວາມຮ່ວມມືຢ່າງມີປະສິດທິຜົນ ແລະ ການໜູນຊ່ວຍອັນລ້ຳຄ່າຂອງເພື່ອນມິດ, ຄູ່ຮ່ວມມື ແລະ ປະຊາຄົມສາກົນ ແລະ ຍາມໃດກໍ່ຖືເປັນສຳຄັນ, ປາດຖະໜາຢາກພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາປະເທດກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ