ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽນດາມ ຫງວຽນຟູ້ຈ້ອງ ກ່າວຄຳເຫັນທີ່ການເຮັດວຽກກັບສະພາ ທິດສະດີສູນກາງ
|
(vovworld)- ທີ່ການເຮັດວຽກເມື່ອຕອນເຊົ້າວັນທີ 26/6, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽນດາມ ຫງວຽນຟູ້ຈ້ອງ ໄດ້ຮັບຮູ້ບັນດາໝາກຜົນປະຕິບັດວຽກງານທີ່ສະພາ ທິດສະດີສູນກາງບັນລຸໄດ້ໃນບັນດາຂົງເຂດໃນໄລຍະທີ່ຜ່ານມາ. ສະພາທິດສະດີສູນກາງໄດ້ສຳເລັດໜ້າທີ່ແມ່ນອົງການປະຈຳການຂອງຄະນະຊີ້ນຳສະຫຼຸບ 30 ປີແຫ່ງການປ່ຽນແປງໃໝ່, ບັນລຸ ບາດກ້າວໃໝ່ໃນການເຂົ້າຮ່ວມສ້າງຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ; ຕໍ່ສູ້ປົກປັກຮັກສາແນວທາງ, ທັດສະນະຂອງພັກ, ເພີ່ມທະວີການແລກປ່ຽນ, ສົນທະນາດ້ານທິດສະດີ....
ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽນດາມ ຫງວຽນຟູ້ຈ້ອງ ໄດ້ເຫັນດີກັບ 6 ໜ້າທີ່ພື້ນຖານຊຶ່ງ ສະພາທິດສະດີສູນກາງໄດ້ວາງອອກໃນທ້າຍປີ, ພ້ອມທັງເນັ້ນໜັກວ່າ 3 ໜ້າທີ່ຈຸດສຸມຄວນສຸມໃສ່ປະຕິບັດເປັນຢ່າງດີຄື: ສ້າງຮ່າງບົດລາຍງານສະຫຼຸບ 30 ປີແຫ່ງການປ່ຽນແປງໃໝ່, ເຂົ້າຮ່ວມກະກຽມບັນດາ ຮ່າງເອກະສານຍືນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ສ້າງສຳເລັດ 31 ຫົວເລື່ອງໃນໂຄງການຈຸມສຸມລະດັບຊາດກ່ຽວກັບການຄົ້ນຄ້ວາວິທະຍາສາດທິດສະດີການເມືອງ.