ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບນາຍົກລັດຖະມົນຕີຄູເວດ


ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບນາຍົກລັດຖະມົນຕີຄູເວດ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ​ຈ້ອງ ​ຕ້ອນຮັບ​ ທ່ານ​ນາຍົກລັດຖະມົນຕີ
 ຄູ​ເວດ Sheikh Jaber Mubarak Al – Hammad Al – Sabad
(ພາບ: TTXVN)

(vovworld) – ​ທີ່​ການ​ຕ້ອນຮັບ​ ທ່ານ​ນາຍົກລັດຖະມົນຕີ ຄູ​ເວດ Sheikh Jaber Mubarak Al – Hammad Al – Sabad ໃນ​ຕອນ​ບ່າຍ​ວັນ​ທີ 06/05 ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ສະ​ແດງ​ຄວາມປະຕິ​ຊົມ​ຊື່ນ ​​ເມື່ອ​ເຫັນ​ວ່າ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ຫວຽດນາມ ​ແລະ ຄູ​ເວັດ​ໄ ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ຢ່າງ​ບໍ່ຢຸດ​ຢັ້ງໃນ​ຕະຫລອດ 40 ປີຜ່ານມາ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ເມືອງ - ການ​ທູດ, ການ​ລົງທຶນ, ການ​ຄ້າ. ທ່ານ​ເລຂາທິການ​ໃຫຍ່ ສະ​ເໜີວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ປະ​ເທດ​ຄວນ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ​ໃນ​ບັນດາ​ຂົງ​ເຂດ ​ ​ເຊິ່ງ 2 ຝ່າຍ​ມີ​ທ່າ​ແຮງກ່ວາ​ອີກ ​ເພື່ອ​ໃຫ້ການ​ຮ່ວມ​ມື​ເຂົ້າ​ສູ່​ລວງ​ເລິກ, ນຳ​​ເອົາະສິດທິ​ຜົນ​​ອັນແທດ​ຈິງມາໃຫ້​​ແຕ່ລະ​ຝ່າຍ, ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາຊົນ 2 ປະ​ເທດ, ປະກອບສ່ວນ​ເຂົ້າ​ສັນຕິພາບ ​ແລະ ການ​ພັດທະນາ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ.

        ສ່ວນ​ທ່ານ​ນາຍົກລັດຖະມົນຕີ ຄູ​ເວດ Sheikh Jaber Mubarak Al - Hammad Al - Sabad ​ໄດ້​ແຈ້ງ​ໃຫ້​ຊາບ​ໝາກຜົນ​​ແຫ່ງ​ການ​ເຮັດ​ວຽກ​ກັບບັນດາ​ການ​ນຳ​ ຫວຽດນາມ; ສະ​ແດງ​ຄວາມ​ປາດ​ຖະໜາຢາກ ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ລົງທຶນ, ພະລັງງານ, ການ​ຄ້າ, ການ​ສຶກສາ ​ແລະ ບຳລຸງ​ສ້າງ.


ຂ່າວ/ບົດ​ອື່ນ