ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງພົບປະກັບຜູ້ມີສິດເລືອກຕັ້ງເມືອງບາດິ່ງ, ຮ່າໂນ້ຍ
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານ
ສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ
(vovworld) - ເພື່ອກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຊຸດທີ 14, ຕອນເຊົ້າວັນທີ 17/10, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ສະມາຊິກສະພາແຫ່ງຊາດ ແລະ ບັນດາສະມາຊິກໃນຄະນະສະມາຊິກສະພາແຫ່ງຊາດ ຫວຽດນາມ, ນະຄອນ ຮ່າໂນ້ຍ, ຫົວໜ່ວຍເລືອກຕັ້ງເລກ 1 ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ບາດິ່ງ, ຮ່າໂນ້ຍ. ນະທີ່ນີ້, ຜູ້ຕາງໜ້າຄະນະສະມາຊິກສະພາແຫ່ງຊາດ ໄດ້ລາຍງານກັບຜູ້ມີສິດເລືອກຕັ້ງເນື້ອໃນຕົ້ນຕໍຂອງກອງປະຊຸມສະໄໝສາມັນເທື່ອທີ 2, ເຊິ່ງຄາດວ່າຈະດຳເນີນໃນລະຫວ່າງວັນທີ 20/10-22/11. ໃນນັ້ນສະພາແຫ່ງຊາດຈະພິຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍ 4 ສະບັບ, ຮ່າງມະຕິ 1 ສະບັບ; ປະກອບຄວາມເຫັນໃສ່ຮ່າງກົດໝາຍ 11 ສະບັບ; ໃຫ້ຄວາມເຫັນກ່ຽວກັບສະພາບພັດທະນາເສດຖະກິດ - ສັງຄົມປີ 2016-2017; ຮັບຟັງບົດລາຍງານກ່ຽວກັບສະພາບການຢູ່ທະເລຕາເວັນອອກ; ວຽກງານປະຕິບັດຄຳຕັດສິນຂອງສານ ແລະ ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2016 ແລະ ບາງຫົວຂໍ້ອື່ນອີກ. ກ່າວຄວາມເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ ໃຫ້ຮູ້ວ່າ: ເລື່ອງກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຈະພິຈາລະນາກົດໝາຍວ່າດ້ວຍສະມາຄົມ, ກົດໝາຍວ່າດ້ວຍຄວາມເສລີໃນການເຫຼື້ອມໃສນັ້ນ ເພື່ອແນໃສ່ຫັນບັນດາຂໍ້ກຳນົດຂອງລັດຖະທຳມະນູນເປັນລະອຽດ, ສ້າງເງື່ອນໄຂໃຫ້ການເຄື່ອນໄຫວຢ່າງຖືກທິດ, ຖືກຈຸດປະສົງ, ຮັບໃຊ້ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊົນ. ທ່ານຍັງໃຫ້ຮູ້ວ່າເລື່ອງກໍ່ສ້າງພັກ, ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ, ໄພຫຍໍ້ທໍ້ໄດ້ຮັບຜົງງານໃນເບື້ອງຕົ້ນແລ້ວ. ໃນໄລຍະຈະມາເຖິງ, ພັກ, ລັດຈະປະຕິບັດວຽກງານນີ້ ແລະ ມະຕິສູນກາງທີ 4 (ຊຸດທີ 12) ກ່ຽວກັບວຽກງານກໍ່ສ້າງພັກຢ່າງເດັດດຽວ, ຂ້ຽວຂາດກວ່າ ເພື່ອແນໃສ່ປະຕິບັດຄາດໝາຍນີ້.