ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງພົບປະກຸ່ມປັນຍາຊົນມະຫາວິທະຍາໄລHavard

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງພົບປະກຸ່ມປັນຍາຊົນມະຫາວິທະຍາໄລHavard - ảnh 1
(​ພິທີ​ມອບ​ໃບຢັ້ງຢືນ​ລົງທຶນ​ໃຫ້​ໂຄງການ​ມະຫາວິທະຍາ​ໄລ Fullbright)

​​(vovworld) - ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບກຸ່ມ​​ປັນຍາ​ຊົນ​ມະຫາວິທະຍາ​ໄລ Havard, ທ່ານເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຖື​ວ່າ, ການ​ຮ່ວມ​ມື​ສຶກສາລະຫວ່າງ 2 ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນດາ​ຂົງ​ເຂດທີ່​ມີ​ລະ​ດັບ​ພັດທະນາ​ໄວ້​ກວ່າ​ໝູ່ ​ເມື່ອ​ທຽບ​ໃສ່​ບັນດາ​ຂົງ​ເຂດ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ. ປະຈຸ​ບັນ, ມີ​ນັກ​ສຶກສາ​ຫວຽດນາມ​ ​ເກືອບ 17.000 ຄົນ​ພວມ​ຮໍ່າຮຽນ​ຢູ່​ອາ​ເມ​ລິ​ກາ. ທ່ານ​ເລຂາທິການ​ໃຫຍ່ ​ໄດ້ຊົມ​ເຊີຍ​ແຜນ​ນະ​ໂຍບາຍ​ກໍ່ສ້າງ​ມະຫາວິທະຍາ​ໄລ Fullbright ຢູ່​ນະຄອນ​​ໂຮ່ຈິ​ມິນ ຍ້ອນ​ມັນ​ຕອບ​ສະໜອງ​ບັນດາ​ຂົງ​ເຂດ​ໃຫ້​ບຸລິ​ມະ​ສິດ​ສູງ​ຂອງ​ຫວຽດນາມ.

      “ຂ້າພະ​ເຈົ້າ​ເຫ​ັນ​ດີຕໍ່ທັດສະນະ​ຂອງ​ພວກ​ເພື່ອ​ນ ​ແມ່ນພວກ​ເຮົາ​ກໍ່ສ້າງ ​ແລະ ພັດທະນາ​ມະຫາວິທະຍາ​ໄລ Fullbright ເພື່ອ​ມະນຸດ, ​ເພື່ອ​ພາລະກິດ​ການ​ສຶກສາບຳລຸງ​ສ້າງ. ຖ້າ​ຫາກ​ປະຕິບ​ັດ​ເລື່ອງ​ສ້າງ​ຕັ້ງ​ມະຫາວິທະ​ຍາ​ໄລ​ປອດ​ກຳ​ໄລ, ມີ​ລະບົບ​ຄຸມ​ຄອງ, ປະກອບບັນດາ​ຄວາມ​ຮູ້​ໃໝ່​ທີ່​ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຂອງ​ຫວຽດນາມ, ດ້ວຍ​ວິທີ​ທັນ​ສະ​ໄໝ ​ແລະ ຕິດ​ພັນ​ກັບ​ການ​ເຄື່ອນ​ໄຫວ​ຕົວ​ຈິງ. ຂ້າພະ​ເຂົ້າ​ເຫັນ​ດີ​ທີ່​ສຸດ”.

      ກ່ອນ​ໜ້າ​ນັ້ນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ມອບ​ໃບຢັ້ງຢືນ​ລົງທຶນ​ໃຫ້​ໂຄງການ​ມະຫາວິທະຍາ​ໄລ Fullbright ຫວຽດນາມ.

ຂ່າວກ່ຽວຂ້ອງ
ຂ່າວ/ບົດ​ອື່ນ