ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງພົບປະການນຳພັກກອມມູນິດອາເມລິກາແລະເພື່ອນມິດຝ່າຍຊ້າຍອາເມລິກາ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງພົບປະການນຳພັກກອມມູນິດອາເມລິກາແລະເພື່ອນມິດຝ່າຍຊ້າຍອາເມລິກາ - ảnh 1
(ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​
​ພົບ​ປະກັບ​ເພື່ອນ​ມິດ​ຝ່າຍ​ຊ້າຍ​ອາ​ເມ​ລິ​ກາ)


​​(vovworld) - ທີ່​ການ​ພົບ​ປະກັນ​ປະທານ​ພັກ​ກອມ​ມູນິດ​ອາ​ເມ​ລິ​ກາ John Bachtell, ​ໃນ​ວັນ​ທີ 10/07, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຖື​ວ່າ ພັກ​ກອມ​ມູນິດ ​ແລະ ປະຊາຊົນ​ຫວຽດນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ​ແລະ ຕິດຕາມ​ພາລະກິດ​ຂອງ​ບັນດານັກກອມ​ມູນິດ​ອາ​ເມ​ລິ​ກາ ​ແລະ ສະ​ແດງ​ຄວາມ​ປິຕິຊົມ​ຊື່ນ​ເມື່ອ​ເຫັນ​ວ່າ ການ​ພົວພັນອັນ​ເປັນ​ມູນ​ເຊື້ອ​ທີ່​ສະໜິດ​​ແໜ້ນລະຫວ່າງ 2 ພັກໄດ້​ຮັບ​ການ​ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ​ເພີ່ມ​ທະວີ​ໃນ​ຕະຫຼອດ​ໄລຍະ​ຜ່ານ​ມາ. ສ່ວນ​ທ່ານ​ປະທານ​ພັກ​ກອມ​ມູນິດ​ອາ​ເມ​ລິ​ກາ John Bachtell ຖື​ວ່າ, ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຄັ້ງ​ນີ້​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ມີ​ຄວາມ​ໝາຍປະຫວັດສາດສຳລັບ​ການ​ພົວພັນ​ຮ່ວມ​ມືລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ.

      ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທີ່​ນະຄອນຫຼວງ​ນິວຢອກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ພົບ​ປະກັບ​ເພື່ອນ​ມິດ​ຝ່າຍ​ຊ້າຍ​ອາ​ເມ​ລິ​ກາ. ທີ່​ການ​ແລກປ່ຽນກັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ, ບັນດາ​ເພື່ອນ​ມິດ​ຝ່າຍ​ຊ້າຍ​ ຢືນຢັນວ່າ, ບັນດາ​ກຳລັງ​ຝ່າຍ​ຊ້າຍ ​ແລະ ປະຊາຊົນ​ກ້າວໜ້າ​ອາ​ເມ​ລິ​ກາ ຍາມ​ໃດ​ກໍ​​ຕັ້ງໜ້າ​ສະໜັບສະໜູນ​​ໃຫ້ການ​ຕໍ່​ສູ້ຂອງ​ປະຊາຊົນ​ຫວຽດນາມ.

ຂ່າວກ່ຽວຂ້ອງ
ຂ່າວ/ບົດ​ອື່ນ